ລາວ – ສ.ເກົາຫລີ ເພີ່ມທະວີຮ່ວມມືວຽກງານຄຸ້ມຄອງ ແລະ ຫລຸດຜ່ອນຄວາມສ່ຽງດ້ານໄພພິບັດຢູ່ໃນ ສປປ ລາວ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ສປປ ລາວ (DMH) ຮ່ວມກັບ ສະຖາບັນຄຸ້ມຄອງ ແລະ ຄົ້ນຄວ້າໄພພິບັດແຫ່ງຊາດ ສ. ເກົາຫລີ (NDMI) ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບວຽກງານຄຸ້ມຄອງ ແລະ ຫລຸດຜ່ອນຄວາມສ່ຽງດ້ານໄພພິບັດຢູ່ໃນ ສປປ ລາວ ໃນວັນທີ 27 ເມສາ 2023 ຜ່ານມາ, ລະຫວ່າງ ທ່ານ ນາງ ອຸທອນ ເພັດຫລວງສີ ຫົວໜ້າກົມອຸຕຸນິຍົມ ແລະ ອຸທົກກະສາດ ສປປ ລາວ (DMH) ແລະ ທ່ານ Dr. Jongseol Lee ຫົວໜ້າສະຖາບັນຄຸ້ມຄອງ ແລະ ຄົ້ນຄວ້າໄພພິບັດແຫ່ງຊາດ ສ. ເກົາຫລີ (NDMI), ໂດຍການເຂົ້າຮ່ວມຂອງ ທ່ານ ຈັນທະເນດ ບົວລະພາ ຮອງລັດຖະມົນຕີ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ).

ເພື່ອສືບຕໍ່ຂະຫຍາຍການຮ່ວມມືລະຫວ່າງ ກົມອຸຕຸນິຍົມ ແລະ ອຸທົກກະສາດ ສປປ ລາວ ກັບ ສະຖາບັນຄຸ້ມຄອງ ແລະ ຄົ້ນຄວ້າໄພພິບັດແຫ່ງຊາດ ສ. ເກົາຫລີ ໃນການສ້າງຄວາມເຂັ້ມແຂງວຽກງານຄຸ້ມຄອງ ແລະ ຫລຸດຜ່ອນ ຄວາມສ່ຽງໄພພິບັດຢູ່ໃນ ສປປ ລາວ. ເຊິ່ງໄລຍະຜ່ານມາ ສປປ ລາວ ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດໃນທຸກໆປີ ໂດຍສະເພາະຈາກນໍ້າຖ້ວມຊຸ ອັນໄດ້ສ້າງຜົນເສຍຫາຍທາງດ້ານຊັບສິນຂອງປະຊາຊົນເປັນຈຳນວນຫລາຍ ແລະ ໃນບາງປີກໍ່ມີຜູ້ສູນຫາຍ ແລະ ເສຍຊີວິດນໍາອີກ. ສະນັ້ນຈຶ່ງມີຄວາມຈຳເປັນຕ້ອງມີການຍົກລະດັບວຽກງານເຕືອນໄພລ່ວງໜ້າໃຫ້ມີຄວາມເຂັ້ມແຂງຂຶ້ນເລື່ອຍໆ.

ດັ່ງນັ້ນ ກົມອຸຕຸນິຍົມ ແລະ ອຸທົກກະສາດ ສປປ ລາວ ແລະ ສະຖາບັນຄຸ້ມຄອງ ແລະ ຄົ້ນຄວ້າໄພພິບັດແຫ່ງຊາດ ສ. ເກົາຫລີ ຈຶ່ງໄດ້ມີການຮ່ວມມືເຊິ່ງກັນ ແລະ ກັນ ທາງດ້ານເຕັກນິກວິຊາການ ໂດຍສະເພາະແມ່ນການສົ່ງເສີມວຽກງານຄຸ້ມຄອງ ແລະ ຫລຸດຜ່ອນຄວາມສ່ຽງ ດ້ານໄພພິບັດຢູ່ໃນ ສປປ ລາວ ທີ່ໄດ້ເຊັນ MOU ນຳກັນ ແລະ ໄດ້ມີການພັດທະນາ ແລະ ຍົກລະດັບລະບົບເຕືອນໄພນໍ້າຖ້ວມຊຸ ຢູ່ໃນ ສປປ ລາວ ຫລາຍໂຄງການເຊັ່ນ: ໃນປີ 2016 ໄດ້ສຳເລັດການສ້າງຕັ້ງລະບົບເຕືອນໄພນໍ້າຖ້ວມຢູ່ເມືອງວັງວຽງ ແຂວງວຽງຈັນ, ປີ 2017 ຢູ່ເມືອງ ຮຸນ ແຂວງອຸດົມໄຊ, ປີ 2018 ສຳເລັດຢູ່ ເມືອງໄຊ ແຂວງອຸດົມໄຊ, ປີ 2019 ສຳເລັດຢູ່ເມືອງບໍລິຄັນ ແຂວງ ບໍລິຄຳໄຊ, ປີ 2022 ສຳເລັດຢູ່ເມືອງ ຊຳເໜືອ ແຂວງຫົວພັນ ແລະ ເມືອງ ທ່າໂທມ ແຂວງ ໄຊສົມບູນ. ເຊິ່ງທັງໝົດຂອງລະບົບດັ່ງກ່າວ ແມ່ນມີຜົນປະໂຫຍດຫລາຍໃນວຽກງານເຕືອນໄພ ແລະ ຄຸ້ມຄອງໄພພິບັດ ຢູ່ໃນ ສປປ ລາວ.