ເຈົ້າໜ້າທີ່ລາຍງານ ອຸບັດຕິເຫດຮຸນແຮງ ລົດບັນທຸກຕຳກັບລົດເມໂດຍສານ ມີຜູ້ເສຍຊີວິດຄາທີ່ 8 ຄົນ ແລະ ບາດເຈັບ 19 ຄົນ

ວັນທີ 3 ພຶດສະພາ 2023 ນີ້, ທ່ານ ພັທ ທິບຊົມພູ ຈັນທະລັງສີ ຮອງພະແນກຕຳຫລວດຈະລາຈອນ ແຂວງບໍລິຄຳໄຊ ໄດ້ໃຫ້ສຳພາດກ່ຽວກັບອຸບັດຕິເຫດຮຸນແຮງ ລົດບັນທຸກ ຕຳກັບ ລົດໂດຍສານ ທີ່ບ້ານນາໄຊ ເມືອງທ່າພະບາດ ແຂວງບໍລິຄຳໄຊ ຜ່ານລາຍການຂັບຂີ່ປອດໄພ ວ່າ: ໃນວັນທີ 1 ພຶດສະພາ 2023 ເວລາປະມານ 15:35 ເກີດອຸບັດຕິເຫດລົດບັນທຸກ ຕຳກັບ ລົດເມໂດຍສານ, ເຊິ່ງຜ່ານການລົງກວດກາຕົວຈິງຮູ້ວ່າລົດບັນທຸກ ສີຂາວ ຍີ່ຫໍ້ ອີຊຸຊູ ເລກທະບຽນ ກກ 2359 ອຸດົມໄຊ, ຂັບຂີ່ໂດຍທ້າວ ພອນໄຊ ອາຍຸ 45 ປີ ອາຊີບຂັບລົດ ຢູ່ບ້ານໜອງພະຍາ ເມືອງໄຊທານີ ນະຄອນຫລວງວຽງຈັນ, ໄດ້ເດີນທາງອອກຈາກນະຄອນຫລວງວຽງຈັນ ມຸ່ງໜ້າມາແຂວງບໍລິຄຳໄຊ. ຈາກນັ້ນພໍມາຮອດຈຸດເກີດເຫດດັ່ງກ່າວ, ມີລົດເມໂດຍສານຍີ່ຫໍ້ ຮຸນໄດສີຂາວ ເລກທະບຽນ ກຈ 9299 ກຳແພງນະຄອນ, ຂັບຂີ່ໂດຍ ທ້າວ ລຸ້ງຈິດ ຫລື ລັນ ອາຍຸ 34 ປີ ອາຊີບ ພະນັກງານ ຢູ່ບ້ານທ່ານາກ, ເຊິ່ງລົດເມ ແມ່ນອອກຈາກຄິວລົດຢູ່ທ່າແຂກ ແຂວງຄຳມ່ວນ ມຸ່ງໜ້າຂຶ້ນມານະຄອນຫລວງ ຈຶ່ງມາເກີດອຸບັດຕິເຫດຢູ່ບ້ານນາໄຊ ເມືອງທ່າພະບາດ ແຂວງບໍລິຄຳໄຊ. ຫລັງຈາກເຈົ້າໜ້າທີ່ກວດກາແລ້ວ ໄດ້ພົບຜູ້ເສຍຊີວິດຄາທີ່ 8 ຄົນ (ຜູ້ຍິງ 2 ຄົນ). ໃນນັ້ນຢູ່ໃນລົດເມ 6 ຄົນ ແລະ ລົດບັນທຸກ 2 ຄົນ ແມ່ນຜູ້ຂັບຂີ່ ແລະ ຜູ້ນັ່ງມານຳ 1 ຄົນ (ເພດຍິງ).
ສຳລັບໃນການຊ່ວຍເຫລືອຜູ້ປະສົບອຸບັດຕິເຫດ ແມ່ນມີໜ່ວຍງານກູ້ໄພຫລາຍໜ່ວຍງານ ແລະ ຫລາຍພາກສ່ວນ ເຂົ້າມາຊ່ວຍເຫລືອ ເພື່ອນຳສົ່ງຄົນເຈັບ ແລະ ສົບຜູ້ເສຍຊີວິດໄປໂຮງໝໍ, ເຊິ່ງມີຜູ້ບາດເຈັບທັງໝົດ 19 ຄົນ ຈາກຜູ້ໂດຍສານໃນລົດເມ 51 ຄົນ. ພ້ອມນີ້ທາງເຈົ້າໜ້າທີ່ກໍໄດ້ໃຊ້ເວລາໃນການໄກ່ເກຍເຫດພື້ນທີ່ແມ່ນຕັ້ງແຕ່ເວລາ 16:00-24:00 ໂມງ ຈຶ່ງສຳເລັດ.
ຕໍ່ກັບການເກີດອຸບັດຕິເຫດດັ່ງກ່າວ, ຕາມການຊັນນະສູດເບິ່ງຮ່ອງຮອຍແລະ ວັດຖຸທີ່ຕົກເຮ່ຍຢູ່ນັ້ນ ແຕ່ຍັງບໍ່ສາມາດຢັ້ງຢືນໄດ້ວ່າແມ່ນລົດຄັນໃດລະເມີດແລະ ຕາມການກວດກາຮ່ອງຮອຍແມ່ນລົດບັນທຸກ ຂີ່ກວມຂຶ້ນມາເອົາທາງສັນຈອນຂອງທາງລົດເມ.

