ອົງການກາແດງລາວ ຮ່ວມອົງການກາແດງອົດສະຕາລີ ກະກຽມແຜນຮັບມືຊ່ວຍເຫລືອຜູ້ປະສົບໄພພິບັດ ປີ 2023

ວັນທີ 24-28 ເມສາ 2023 ຜ່ານມານີ້ ອົງການກາແດງລາວ ຮ່ວມກັບ  ພະແນກຄຸ້ມຄອງໄພພິບັດ ລັດຄວິນສ໌ແລນ ຂອງອົງການກາແດງອົດສະຕາລີ ແລະ ພາກສ່ວນກ່ຽວຂ້ອງ ຈັດກອງປະຊຸມກອງປະຊຸມກະກຽມແຜນຮັບມືຂັ້ນຕອນຊ່ວຍເຫລືອຜູ້ປະສົບໄພພິບັດ, ໂດຍການເຂົ້າຮ່ວມຂອງທ່ານ ສຈ.ດຣ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ທ່ານ ໂຄລິນ ສີວາລິງກຳ ຫົວໜ້າພະແນກຄຸ້ມຄອງໄພພິບັດ ລັດຄວິນສ໌ແລນ ຂອງອົງການກາແດງອົດສະຕາລີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງອື່ນໆເຂົ້າຮ່ວມ.

ກອງປະຊຸມສຸມໃສ່ການວາງແຜນ ແລະ ຂັ້ນຕອນການໃຫ້ການຊ່ສວຍເຫລືອປະຊາຊົນຜູ້ປະສົບໄພ, ໂດຍເລີ່ມຈາກສໍາຫລວດເກັບກໍາຂໍ້ມູນ ເພື່ອສະເໜີຂໍທຶນ, ກັ່ນກອງຂໍ້ມູນການສຳພາດປະຊາຊົນຜູ້ໄດ້ຮັບຜົນກະທົບ, ການຈັດຕັ້ງໂຄງການໃນການຊ່ວຍເຫລືອແລະອື່ນໆເພື່ອແນ່ໃສ່ເຮັດໃຫ້ອົງການການແດງລາວມີຄວາມຊຳນານ ແລະຮູ້ວິທີຈັດຕັ້ງປະຕິບັດໄດ້ຢ່າງວອງໄວທັງເປັນການຍົກສູງບົດບາດຄວາມສາມາດໃນການກຽມຄວາມພ້ອມ, ຕອບໂຕ້ ໄພພິບັດ ແລະ ຊ່ວຍເຫຼືອບັນເທົາທຸກເບື້ອງຕົ້ນ ໃຫ້ແກ່ ການປະເມີນຄວາມສາມາດ ກໍຄືຄວາມພ້ອມຂອງອົງການກາແດງແຫ່ງຊາດລາວ ໃນການຕອບໂຕ້ສຸກເສີນຢ່າງມີປະສິດທິພາບ ແລະ ປະສິດທິຜົນ.