ເຈົ້າເມືອງຜົ້ງສາລີ ຢ້ຽມຢາມ ແລະ ໃຫ້ກໍາລັງໃຈປະຊາຊົນ ບ້ານ ບາການ້ອຍ ທີ່ຖືກຜົນກະທົບຈາກພາຍຸ 39 ຫລັງຄາເຮືອນ

ວັນທີ 29 ເມສາ 2023, ທ່ານ ວັນໄຊ ແສນຍອດ ເຈົ້າເມືອງຜົ້ງສາລີ ພ້ອມດ້ວຍຄະນະທິມງານ ແລະ ພາກສ່ວນກ່ຽວຂ້ອງໄດ້ລົງເກັບກໍາຂໍ້ມູນ ແລະ ໃຫ້ກໍາລັງໃຈປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດລົມພາຍຸ ຢູ່ ບ້ານ ບາການ້ອຍ ເມືອງຜົ້ງສາລີ ໃນວັນທີ 28 ເມສາ 2023 ຜ່ານມາ, ທີ່ເຮັດໃຫ້ເຮືອນຂອງປະຊາຊົນເປ່ເພເສຍຫາຍເຊິ່ງລວມມີ 39 ຫລັງຄາເຮືອນ ລວມມູນຄ່າການ ທັງໝົດຫລາຍກວ່າ 100 ລ້ານກີບ.
ໂອກາດນີ້, ທ່ານ ເຈົ້າເມືອງຜົ້ງສາລີໄດ້ຮຽກຮ້ອງມາຍັງອົງການປົກຄອງບ້ານ, ປະຊາຊົນໃຫ້ມີສະຕິລະວັງຕົວຕໍ່ສະພາບອາກາດທີ່ຈະເກີດຂຶ້ນ ແລະ ຕິດຕາມສະພາບອາກາດໃນແຕ່ລະໄລຍະໃຫ້ເປັນປະຈໍາ, ພ້ອມນີ້ທ່ານຍັງໄດ້ນຳເອົາວັດຖຸປັດໄຈຈໍານວນໜຶ່ງໄປມອບໃຫ້ອົງການປົກຄອງບ້ານເພື່ອບັນເທົາທຸກເບື້ອງຕົ້ນຕື່ມອີກ.

