ເມືອງເຊໂປນ ໄດ້ຮັບທຶນການສ້ອມແປງເສັ້ນທາງແຕ່ບ້ານລະຄືມຫາຈຸດສຸມກະຕູບ ມູນຄ່າ 500 ກວ່າລ້ານກີບ

ແຫລ່ງຂ່າວແຂວງສະຫວັນນະເຂດ ລາຍງານວ່າ: ວັນທີ 27 ເມສາ 2023 ທ່ານ ວົງສະຫວັນ ວຽງມະນີ ເຈົ້າເມືອງເຊໂປນ ພ້ອມດ້ວຍຄະນະ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງຕິດຕາມກວດກາຄວາມຄືບໜ້າການສ້ອມແປງເສັ້ນທາງແຕ່ບ້ານລະຄືມ ຫາ ຈຸດສຸມກະຕູບ ເສັ້ນມີຄວາມຍາວປະມານ 25ກິໂລແມັດ, ກວ້າງ 5 ແມັດ ເປັນທາງດິນ, ໂດຍໄດ້ຮັບທຶນສະໜັບສະໜູນຈາກກອງທຶນທາງຂອງກະຊວງ ຍທຂ ມູນຄ່າ 500 ກວ່າລ້ານກີບ.
ໂຄງການສ້ອມແປງເສັ້ນທາງດັ່ງກ່າວ ໄດ້ເລີ່ມລົງມືການສ້ອມແປງທາງແຕ່ວັນທີ 20 ເມສາ 2023, ຄາດວ່າຈະໃຫ້ສໍາເລັດໃນກາງເດືອນ ພຶດສະພາ ປີນີ້. ໜ້າວຽກທີ່ເຮັດສ້ອມແປງທາງ, ປັບເກດ ແລະ ຖົມບາງຈຸດທີ່ຈໍາເປັນ, ເພື່ອເຮັດໃຫ້ການສັນຈອນລົດແລ່ນໄປມາສະດວກ. ພ້ອມນີ້ທ່ານເຈົ້າເມືອງ ພ້ອມຄະນະ ໄດ້ຢ້ຽມຢາມພົບປະໂອ້ລົມອໍານາດການປົກຄອງ ແລະ ປະຊາຊົນ 5 ບ້ານທີ່ຂຶ້ນກັບກະຕູບມີບ້ານກະແຫລງນາ, ບ້ານມະຫາດ, ບ້ານກະຕູບໃຫ່ຍ, ບ້ານກະຕູບນ້ອຍ ແລະ ບ້ານອາສີງ ພ້ອມທັງຊຸກຍູ້ວຽກງານການກໍ່ສ້າງຮາກຖານຢູ່ຈຸດສຸມກະຕູບອີກດ້ວຍ.

