ເກີດແຜ່ນດິນໄຫວ ຢູ່ເມືອງ ສິງ ແຂວງຫລວງນ້ຳທາ ແຮງສັ່ນ ສະເທືອນ 2.3 ຣິກເຕີ

ໃນວັນທີ 29 ມີນາ 2023 ເວລາ 02:51 ໂມງ, ໄດ້ພົບສັນຍານ ເກີດແຜ່ນດິນໄຫວ 1 ຄັ້ງໃນບໍລິເວນ ແຂວງຫລວງນໍ້າທາ ຈຸດສູນກາງ ເສັ້ນຂະໜານທີ່ 21.275 ອົງສາເໜືອ ແລະ ເສັ້ນແວງທີ່ 101.039 ອົງສາ ຕາເວັນອອກ ຄວາມແຮງສັ່ນສະເທືອນວັດແທກໄດ້ 2.3 ຣິກເຕີ.
ມີຄວາມເລິກຈາກເທິງໜ້າດິນປະມານ 1 ກິໂລແມັດ ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ບໍລິເວນ ເມືອງສິງ ແຂວງຫລວງນໍ້າທາ ຫ່າງຈາກ ເທດສະບານ ເມືອງສິງ ປະມານ 15 ກິໂລແມັດ.
ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.