ປະທານສະໂມສອນ ອັລ-ນາສເຊີ ຍື່ນໃບ ລາອອກຈາກຕຳແໜ່ງດ້ວຍເຫດຜົນ ລົ້ມເຫລວກັບຂໍ້ຕົກລົງຂອງໂຣນັລໂດ້

ບໍ່ຫນ້າເຊື່ອວ່າການມາລີກ ຊາອຸດີ ອາຣາເບຍ ຂອງ ຄຣິສເຕຍໂນ ໂຣນັລໂດ້ ຈະສ້າງຜົນກະທົບວົງກວ້າງແບບນີ້. ເພາະນອກຈາກຈະເຂົ້າມາເພີ່ມການຕະຫລາດໃຫ້ກັບລີກຈົນດັງໄດ້ແລ້ວ ນັກເຕະອາຍຸ 38 ປີ ຍັງຍິງໄປໄດ້ເຖິງ 11 ປະຕູ ແລະ 2 ແອສຊິສ, ແຕ່ດ້ວຍຜົນງານທັງໃນ ແລະ ນອກສະໜາມ, ກັບບໍ່ຄຸ້ມຄ່າຈາກການເບິ່ງຂອງບໍລິຫານສະໂມສອນ.

ຫລ້າສຸດມານີ້, ໜັງສືພິມ Saudi Gazette ລາຍງານວ່າ Musali al-Muammar ປະທານຄະນະກໍາມະການບໍລິຫານຂອງສະໂມສອນ, ອັລ-ນາສເຊີ, ຜູ້ທີ່ໄດ້ນໍາເອົາ ໂຣນັລໂດ້ ເຂົ້າມາຫລິ້ນໃນປະເທດ, ໄດ້ຍື່ນໃບລາອອກຈາກການເປັນປະທານສະໂມສອນກັບກະຊວງກິລາແຫ່ງ ຊາອຸ ໃນວັນທີ 25 ເມສາທີ່ຜ່ານມານີ້. ເຊິ່ງຈະຖືກອະນຸມັດໃຫ້ລາອອກຈາກຕຳແໜ່ງຢ່າງເປັນທາງການໃນມື້ນີ້ (28 ເມສາ).

ການລາອອກຂອງ ທ່ານ Al-Muammar ແມ່ນເກີດມາຈາກຄວາມກົດດັນອັນໃຫຍ່ຫລວງຈາກແຟນບານ ອັລ-ນາສເຊີ ຫລັງສະໂມສອນໄດ້ຮັບຄວາມພ່າຍແພ້ສອງຄັ້ງຕິດຕໍ່ກັນພາຍໃນຫນຶ່ງອາທິດ. ສົ່ງ​ໃຫ້​ທີມ​ຕົກມາ​ຢູ່​ອັນ​ດັບ 2 ຂອງ​ ຊາ​ອຸ​ດີ ໂປຣ​ລີກ ແລະ ຍັງ​ຕົກ​ຮອບ​ຈາກ​ການ​ແຂ່ງ​ຂັນ​ບານຖ້ວຍສອງລາຍການ​ຄື Saudi Super Cup ແລະ King’s Cup of Champions ນັບ​ຕັ້ງ​ແຕ່ ໂຣນັລໂດ້ ຍ້າຍເຂົ້າ​ຮ່ວມ​ທີມ​ໃນ​ເດືອນ​ມັງ​ກອນ​ທີ່​ຜ່ານ​ມາ.

ນອກ​ນີ້, ສະມາຊິກ​ບໍລິຫານໃນ​ປະຈຸ​ບັນ​ທັງໝົດຈະ​ຖືກ​ຍຸບ​ເລີກ. ກ່ອນ​ຈະ​ໂອນ​ໜ້າ​ທີ່​ໃຫ້​ເລຂາ​ທິການສະໂມສອນ ​ເພື່ອ​ສືບ​ຕໍ່​ບໍລິຫານ​ກິດຈະການຕໍ່ໄປ​ໃນ​ໄລຍະ​ທີ່​ຍັງ​ເຫລືອ ກ່ອນທີ່ຈະກໍານົດວັນສໍາລັບກອງປະຊຸມໃຫຍ່ຂອງສະໂມສອນທີ່ຈະເປີດຄໍາຮ້ອງສະຫມັກສໍາລັບການເປັນປະທານຂອງ ອັລ-ນາສເຊີ ໃຫ້ທັນໃນເວລາກ່ອນສິ້ນສຸດລະດູການນີ້.