ຄຳສັ່ງຈັບຕົວ ນາງ ພິມພາ ຫຼວງລາດຂໍ້ຫາ ການຟອກເງິນ, ການສໍ້ໂກງຊັບພົນລະເມືອງ ມີລາງວັນ 50 ລ້ານກີບ

ຂ່າວໜັງສືພິມປ້ອງກັນຄວາມສະຫງົບລາຍງານວັນທີ 27 ເມສາ 2023 ນີ້ໃຫ້ຮູ້ວ່າ: ຄຳສັ່ງຈັບຕົວ ນາງ ພິມພາ ຫຼວງລາດ 48 ປີ ນັກທຸລະກິດ ເຊື້ອຊາດ ແລະ ສັນຊາດລາວ ຢູ່ບ້ານໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຕາມຄຳສັ່ງຈັບຕົວເລກທີ 270/ອຍກ.ນວ ວັນທີ 8 ທັນວາ 2021 ໃນຂໍ້ຫາ ການຟອກເງິນ, ການສໍ້ໂກງຊັບພົນລະເມືອງ ແລະ ການປອມແປງແຊັກ ຫຼື ພັນທະບັດອື່ນໆໂດຍບໍ່ຖືກຕ້ອງຕາມກົດໝາຍ.
ທ່ານໃດພົບເຫັນກະລຸນາແຈ້ງຕໍ່ເຈົ້າໜ້າທີ່ດ່ວນ 02 097892653 ມີລາງວັນນຳຈັບ 50 ລ້ານກີບ

