ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ວັນໄຂ້ມາລາເຣຍໂລກ ໃນວັນທີ 25 ເມສາ 2023 ວ່າ: ປີ 2023 ນີ້ເປັນປີທີ່ 16 ແລະ ມີຄຳຂັວນວ່າ: “ ເຖິງເວລາທີ່ຈະເຮັດໃຫ້ປະຊາຊົນລາວຢຸດຕິການເຈັບປ່ວຍຍ້ອນພະຍາດໄຂ້ມາລາເຣຍ ໂດຍການສຸມໃສ່ລົງທຶນ, ນຳໃຊ້ວິທີການໃໝ່ ແລະ ການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ”. ສປປລາວແມ່ນໜຶ່ງໃນຫຼາຍປະເທດໃນໂລກທີ່ມີສະພາບການຕິດເຊື້ອ ແລະ ການລະບາດຂອງພະຍາດໄຂ້ມາລາເຣຍ ແລະ ໄດ້ຈັດຕັ້ງເຄື່ອນໄຫວການປຸກລະດົມຊຸມຊົນໃຫ້ເຫັນໄດ້ເຖິງຄວາມສ່ຽງ, ຜົນກະທົບຂອງການລະບາດພະຍາດມາລາເຣຍຕໍ່ສຸຂະພາບຂອງປະຊາຊົນລາວບັນດາເຜົ່າ.
ປັດຈຸບັນກໍລະນີຄົນເຈັບຕິດເຊື້ອໄຂ້ມາລາເຣຍລຸດລົງຈາກ 6.692 ກໍລະນີຂອງປີ 2019 ເຫຼືອພຽງ 2.338 ກໍລະນີ ຂອງປີ 2022, ໃນປີ 2022 ນີ້ອັດຕາການສົ່ງເຊື້ອໄຂ້ມາລາເຣຍຊະນິດເຊື້ອຟານຊີປາຣອມ 483 ກໍລະນີ ກວມເອົາ 20,7% ພົບໃນ 30 ເມືອງ ກວມເອົາ 20% ແລະ ພົບກໍລະນີຊະນິດເຊື້ອວີວັກ 1.834 ກໍລະນີ ກວມເອົາ 78,4% ພົບໃນ 37 ເມືອງ ກວມເອົາ 25% ໃນ 148 ເມືອງຊຶ່ງພວກເຮົາຈະໄດ້ຄວບຄຸມ ແລະ ເລັ່ງລັດກຳຈັດຊະນິດເຊື້ອຟານຊີປາຣອມໃນປີ 2023 ແລະ ຊະນິດເຊື້ອວີວັກໃນປີ 2025 ເຖິງແມ່ນວ່າທາງພາກລັດຈະໄດ້ດຳເນີນການຄວບຄຸມທຸກຮູບແບບກິດຈະກຳຫຼັກແລ້ວກໍ່ຕາມ ແຕ່ຍັງພົບເຫັນໃນບາງຂົງເຂດທີ່ຍັງເປັນຈຸດສົ່ງເຊື້ອ ແລະ ຍັງມີລາຍງານການຕິດເຊື້ອໄຂ້ມາລາເຣຍຊະນິດເຊື້ອຟານຊີປາຣອມສູງຕະຫຼອດປີ. ສະນັ້ນ, ເພື່ອເປັນການສົ່ງເສີມໃສ່ຍຸດທະສາດ ແລະ ກິດຈະກຳທີ່ມີຢູ່ແລ້ວ ແນໃສ່ການຄວບຄຸມ ແລະ ເລັ່ງລັດກຳຈັດພະຍາດໄຂ້ມາລາເຣຍຊະນິດເຊື້ອຟານຊີປາຣອມນີ້ ຈຶ່ງໄດ້ສ້າງຊຸດກິດຈະກຳທີ່ເໝາະສົມຂຶ້ນເພີ່ມເຕີມເອີ້ນວ່າ: ຍຸດທະສາດເລັ່ງລັດ ຊຶ່ງຍຸດທະສາດເລັ່ງລັດໄດ້ຖຶກຈັດຕັ້ງປະຕິບັດໃນບັນດາບ້ານທີ່ມີການສົ່ງເຊື້ອສູງກວມເອົາປະຊາກອນປະມານ 23 ພັນຄົນໃນ 60 ບ້ານ 7 ເມືອງຂອງ 5 ແຂວງລວມມີ: ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ ແລະ ອັດຕະປື, ຜົນຈາກການຈັດຕັ້ງປະຕິບັດສຳເລັດພົບວ່າກໍລະນີຊະນິດເຊື້ອຟານຊີປາຣອມໄດ້ຫຼຸດລົງ 81% ແລະ ຊະນິດເຊື້ອວີວັກລຸດລົງ 47% ໃນ 60 ບ້ານ 7 ເມືອງ, ປີ 2023 ນີ້ການຈັດຕັ້ງປະຕິບັດຍຸດທະສາດການເລັ່ງລັດ, ກຳຈັດພະຍາດໄຂ້ມາລາເຣຍໄດ້ສືບຕໍ່ຈັດຕັ້ງປະຕິບັດໃນ 2 ແຂວງ, 3 ເມືອງ ລວມມີເມືອງນອງ ແຂວງສະຫວັນນະເຂດ, ເມືອງພູວົງ ແລະ ເມືອງຊານໄຊ ແຂວງອັດຕະປືລວມທັງໝົດ 40 ບ້ານ ແລະ ໄດ້ມີການຄັດເລືອກອາສາສະໝັກບ້ານເພີ່ມຕື່ມເຊັ່ນ: ອາສາສະໝັກເຄື່ອນທີ່, ອາສາສະໝັກບ້ານປະຈຳບ່ອນພັກຊົ່ວຄາວ, ອົບຮົມວິຊາການຈາກສູນກາງເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດຍຸດທະສາດໃນການເລັ່ງລັດກຳຈັດພະຍາດໄຂ້ມາລາເຣຍ ປະກອບດ້ວຍຫຼາຍກິດຈະກຳໃນການປະຕິບັດຕົວຈິງເຊັ່ນ: ປຸກລະດົມຊຸມຊົນໃຫ້ມີການປະກອບສ່ວນຢ່າງແຂງແຮງ, ສຳຫຼວດປະຊາກອນໃນເຂດເປົ້າໝາຍ, ແຈກຢາຍມຸ້ງເຄືອບຢາຍາວນານໃນບ້ານເປົ້າໝາຍ, ແຈກຢາຍມູ້ງອູ່ເຄືອບຢາຍາວນານໃນບ້ານເປົ້າໝາຍ, ກິນຢາປິ່ນປົວທົ່ວປວງຊົນໂດຍສະເພາະກຸ່ມອາຍຸແຕ່ 7-60 ປີທັງຍິງ-ຊາຍ, ການກິນຢາປິ່ນປົວເພື່ອປ້ອງກັນການຕິດເຊື້ອ, ການກວດຫາຄົນເປັນໄຂ້ໃນທຸກ 2 ອາທິດ, ນອກຈາກນີ້, ກະຊວງສາທາລະນະສຸກໄດ້ສຸມໃສ່ປະຕິບັດບັນດາກິດຈະກຳທີ່ເປັນຈຸດສຸມເຊັ່ນ: ກິດຈະກຳການສົ່ງເສີມ, ການປ້ອງກັນໂດຍການແຈກຢາຍມຸ້ງເຄືອບນໍ້າຢາຍາວນານໃຫ້ທົ່ວເຖິງກຸ່ມເປົ້າໝາຍໃນຂອບເຂດທົ່ວປະເທດ ຊຶ່ງລວມທັງກຸ່ມຄົນເຄື່ອນທີ່ໄປເຮັດວຽກຕ່າງຖິ່ນ, ປີ 2022 ໄດ້ແຈກຢາຍມຸ້ງເຄືອບຢາຍາວນານໃຫ້ປະຊາກອນກຸ່ມສ່ຽງທີ່ອາໃສຢູ່ເຂດໄຂ້ມາລາເຣຍຈຳນວນ 81.729 ດາງ ແຕ່ກໍຍັງເປັນສິ່ງທີ່ທ້າທາຍເວລາສຳຫຼວດຄົນນອນໃນມຸ້ງຍ້ອມຢາມີພຽງ 67,36%. ດັ່ງນັ້ນ, ຂ້າພະເຈົ້າຂໍຖືໂອກາດນີ້ຕາງໜ້າໃຫ້ກະຊວງສາທາລະນະສຸກ ຂໍສະແດງຄວາມຊົມເຊີຍມາຍັງພະນັກງານແພດ, ໝໍທຸກຂັ້ນ, ພໍ່ແມ່ປະຊາຊົນບັນດາເຜົ່າ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອທາງດ້ານທຶນຮອນ, ເຕັກນິກວິຊາການ ແລະ ອຸທິດສະຕິປັນຍາ, ເຫື່ອແຮງ, ທຶນຮອນເຂົ້າໃນການຄວບຄຸມ ການກຳຈັດພະຍາດໄຂ້ມາລາເຣຍ, ຫວັງຢ່າງຍິ່ງວ່າຈະໄດ້ຮັບການສືບຕໍ່ສະໜັບສະໜູນຊ່ວຍເຫຼືອໃນການຄວບຄຸມກຳຈັດພະຍາດດັ່ງກ່າວ. ເພື່ອເຮັດໃຫ້ປະຊາຊົນບັນດາເຜົ່າຫ່າງໄກຈາກພະຍາດ ແລະ ມີສຸຂະພາບແຂງແຮງ ປະກອບສ່ວນເຂົ້າໃນການສ້າງເສດຖະກິດຄອບຄົວກໍຄືການສ້າງສາພັດທະ ນາປະເທດຊາດໃຫ້ນັບມື້ຈະເລີນຮຸ່ງເຮືອງ ແລະ ນໍາເອົາປະເທດຊາດໄປສູ່ການລົບລ້າງພະຍາດໄຂ້ມາລາເຣຍໃຫ້ໝົດໄປໃນປີ 2023.