ລາລິກາ ສະເປນ ກຽມປ່ຽນໂລໂກ້ໃໝ່ ພ້ອມໃຊ້ໃນລະດູການໜ້າ

ລາລີກາ ສະເປນ ໄດ້ປ່ຽນໂລໂກ້ປະຈຳລີກໃໝ່ ແລະ ຈະເລີ່ມໃຊ້ໃນລະດູການຕໍ່ໄປ (2023/24), ໂດຍທາງ ລາລີກາ ຈະມີການຮ່ວມມືຄັ້ງໃໝ່ກັບ EA SPORTS ອີກເຊັ່ນດຽວກັນ.

ໃນຖານະການ​ຮ່ວມ​ມືຄັ້ງ​ນີ້​ ລາລີກາ ຈະເປັນທີ່ຮູ້ຈັກໃນຊື່ “LaLiga EA Sports FC” ຕັ້ງແຕ່ປີ 2023 ເປັນຕົ້ນໄປ, ເຖິງວ່າໂລໂກ້ເກົ່າທີ່ເປັນເອກະລັກທີ່ມີວົງລໍ້ຫລາຍສີ ທີ່ຖືກ​ນໍາ​ໃຊ້​ມາເຖິງ 30 ປີ​ ແລະ​ ເປັນ​ທີ່​ຮູ້​ຈັກ​ຂອງ​ຄົນ​ໃນ​ທົ່ວ​ໂລກກໍ່ຕາມ​.

ທັ້ງນີ້ໂລໂກ້ ລາລີກາ ໃໝ່ຈະເປັນສີແດງທັງໝົດ. ການປ່ຽນຄັ້ງໃຫຍ່ຂອງລາລີກາໃນຄັ້ງນີ້. ອາດນໍາເອົາຮູບແບບໃຫມ່ມາສູ່ໜຶ່ງໃນລີກບານເຕະທີ່ໄດ້ຮັບຄວາມນິຍົມທີ່ສຸດໃນໂລກກໍ່ເປັນໄດ້.