ກະຊວງສາທາລະນະສຸກ ເປີດຊຸດອົບຮົມວຽກງານການບໍລິຫານຄຸ້ມຄອງລັດສໍາລັບຜູ້ບໍລິຫານລະດັບສູງ

ວັນທີ 24 ເມສາ 2023 ນີ້ ກະຊວງສາທາລະນະສຸກ ເປີດຊຸດອົບຮົມວຽກງານການບໍລິຫານຄຸ້ມຄອງລັດສໍາລັບຜູ້ບໍລິຫານລະດັບສູງ ຊຸດທີ I ໂດຍການເປັນປະທານ ຂອງ ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ; ທ່ານ ນ. ຈັນທາ ອ່ອນໄຊວຽງ ຫົວໜ້າສະຖາບັນຄົ້ນຄ້ວາ ວິທະຍາສາດການປົກຄອງ ແລະ ຝືກອົບຮົມ ກະຊວງພາຍໃນ ແລະ ພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມ.
ການອົບຮົມ ເນັ້ນໃສ່ 10 ເນື້້ອໃນຄື: ບົດຮຽນການບໍລິຫານລັດໃນລະບອບການເມືອງ, ການນໍາພາ ແລະ ການຄຸ້ມຄອງ, ການບໍລິຫານການປ່ຽນແປງເພື່ອຄວາມກ້າວໜ້າດ ບາງບົດຮຽນຕົວຈີງ ການນໍາພາ ແລະ ການຄຸ້ມຄອງ, ບາງບົດຮຽນຕົວຈີງການບໍລິຫານການປ່ຽນແປງເພື່ອຄວາມກ້າວໜ້າ, ການຄຸ້ມຄອງພະນັກງານ-ລັດຖະກອນ, ການປະເມີນຜົນ ແລະ ການພັດທະນາພະນັກງານ-ລັດຖະກອນ, ການວາງແຜນຍຸດທະສາດ, ການຄຸ້ມຄອງ ແລະ ກວດກາງົບປະມານລັດ, ການກວດກາ, ກວດສອບ ແລະ ການຕ້ານການສໍ້ຫຼາດບັງຫຼວງ.
ທັງນີ້ກໍເພື່ອໃຫ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບລະບົບການເມືອງ ແລະ ການປົກຄອງທີ່ເປັນອັນລວມ ແລະ ອັນສະເພາະຂອງ ສປປ ລາວ ເພື່ອເປັນຂໍ້ມູນທີ່ສໍາຄັນໃນການດໍາເນີນວຽກງານໄປຕາມທິດນຳ ແລະ ພາລະບົດບາດຂອງແຕ່ລະຂະແໜງການ; ສາມາດຄາດຄະເນທິດທາງແຜນການໃນການປັບປຸງ ແລະ ບູລະນະການປົກຄອງທີ່ດີໃນອະນາຄົດເພື່ອເປັນເຄື່ອງມືທີ່ສຳຄັນໃນການກຳນົດບັນດາໜ້າວຽກ ແລະ ກິດຈະກໍາຂອງຕົນຢ່າງຖືກຕ້ອງ.

