ຟີລິບປິນ ພັດທະນາສາຍພັນເຂົ້າ ທີ່ທົນທານຕໍ່ສະພາບອາກາດ

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫລວງມະນິລາ ປະເທດຟິລີບປິນ ໃນວັນທີ 23 ເມສາ 2023 ວ່າ: ຄະນະນັກວິໄຈຈາກສະຖາບັນວິໄຈເຂົ້າແຫ່ງຊາດຂອງຟິລິບປິນລາຍງານກ່ຽວກັບຄວາມຄືບໜ້າຂອງການສຶກສາໃນການພັດທະນາເຂົ້າເຊິ່ງມີຄຸນສົມບັດ ທີ່ທົນທານຕໍ່ສະພາບອາກາດ ແລະ ສາມາດປັບຕົວຕໍ່ສະພາບອາກາດ, ໄພແຫ້ງແລ້ງ, ນ້ຳຖ້ວມ ແລະ ລະດັບນ້ຳທະເລທີ່ເພີ່ມຂຶ້ນສູງ.

ທັງນີ້, ທີມຜູ້ຊ່ຽວຊານກຳລັງທົດລອງການປູກເຂົ້າສາຍພັນດັ່ງກ່າວ ທີ່ຍັງຢູ່ໃນລະຫວ່າງການທົດລອງໃຫ້ນາເກີດນ້ຳຖ້ວມຕາມພື້ນທີ່ຫລາຍແຫ່ງຂອງຟິລິບປິນ ເພື່ອການວິເຄາະຂໍ້ມູນຈາກສະພາບດິນເຊິ່ງແຕກຕ່າງກັນ ແລະ ມີການທົດລອງປູກໃນອິນເດຍ ແລະ ເນປານ.

ເບື້ອງຕົ້ນ ຄະນະຜູ້ຊ່ຽວຊານກ່າວວ່າ: ເຂົ້າສາຍພັນນີ້ສາມາດລອດຊີວິດທ່າມກາງສະພາບແວດລ້ອມນ້ຳຖ້ວມໄດ້ທົນກວ່າເຂົ້າສາຍພັນປົກກະຕິປະມານ 2 ອາທິດ.