ຫາລື​-​ຊຸກຍູ້​ ການ​ພັດທະນາ​ກະສິກຳແບບ​ຍືນ​ຍົງ​ແຫ່ງຊາດຂອງ​ ສປປ ລາວ

ກະຊວງ​ກະສິກຳ ​ແລະ ປ່າ​ໄມ້ ຮ່ວມ​ກັບ ອົງການ ອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ (FAO)​ ​ຈັດ​ກອງ​ປະຊຸມກາ​ນລົງທຶນ​ດ້ານ​ກະສິກຳ​ແບບ​ຢືນ​ຍົງ​ແຫ່ງ​ຊາດ ຄັ້ງ​ທຳ​ອິດ​ ​ໃນ​ວັນ​ທີ 21 ​ເມາ​ສາ 2023 ​​ໂດ​ບການເປັນ​ປະທານຂອງ​ ທ່ານ ທອງ​ພັດ ວົງ​ມະນີ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ​ແລະ ທ່ານ ນາ​ຊາ ຮາ​ຢັດ ຜູ້ຕາງ​ໝ້າ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດປະຈຳ ສປປ ລາວ, ພ້ອມ​ດ້ວຍ ສະພາການຄ້າເອີຣົບ, ສະພາການຄ້າອົດສະຕຣາລີ ແລະ ສະພາການຄ້າມາເລເຊຍ, ອົງການຈັດຕັ້ງສາກົນ, ພາກສ່ວນທຸລະກິດ ​ແລະ ພາກສ່ວນເອກະຊົນ​ ເຂົ້າ​ຮ່ວມ ​ເພື່ອ​ປຶກສາຫາລືການຊຸກຍູ້ການພັດທະນາກະສິກຳ ແບບຍືນຍົງຂອງ ສປປ ລາວ ​ເພື່ອ ຈະຊ່ວຍໃຫ້ ສປປ ລາວ ຫັນປ່ຽນຈາກປະເທດດ້ອຍພັດທະນາ ໄປສູ່ປະເທດທີ່ມີລາຍຮັບປານກາງ ໂດຍໃຫ້ສອດຄ່ອງກັບຍຸດທະສາດການປ່ຽນແປງ ຂອງລັດຖະບານ.

ທ່ານ ທອງ​ພັດ ວົງ​ມະນີ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້​​ ໄດ້​ກ່າວ​ວ່າ: ກະສິກຳເປັນຂະແໜງການໜຶ່ງທີ່ສຳຄັນຂອງເສດຖະກິດໃນ ສປປ ລາວ ແລະ ໄດ້ສ້າງວຽກເຮັດງານທຳໃຫ້ປະຊາ ຊົນໃນເຂດຊົນນະບົດເປັນຈໍານວນຫລວງຫລາຍ, ພ້ອມທັງເປັນສ່ວນປະກອບທີ່ສໍາຄັນ ເຂົ້າໃນລາ​ຍຮັບ​ພາຍ​ໃນ(GDP) ຂອງປະເທດ, ກະສິກຳ ບໍ່ພຽງແຕ່ໜູນຊ່ວຍເສດຖະກິດຂອງປະເທດເທົ່ານັ້ນ ຫາກຍັງຮັບປະກັນການມີສະບຽງອາຫານທີ່ມີທາດບໍາລຸງ ແລະ ສານອາຫານທີ່ດີ ຫລື ເວົ້່້າອີກຢ່າງໜຶ່ງວ່າ ກະສິ ກຳເປັນກະດູກສັນຫລັງຂອງເສດຖະກິດໃນເຂດຊົນນະບົດຂອງ ສປປ ລາວ, ການພັດທະນາກະສິກຳແບບຍືນຍົງ ແມ່ນໜຶ່ງໃນບັນດາຂົງເຂດຈຸດສຸມໃນການເຕີບໂຕຂອງ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9. ກະຊວງກະສິກຳ ແລະ ປ່າໄມ້ ໄດ້ມີການຊຸກຍູ້ໃຫ້ພາກເອກະຊົນລົງທຶນໃນລະບົບຕ່ອງໂສ້ມູນຄ່າໃນຂະແໜງກະສິກຳ ​ໂດຍມີນະໂຍບາຍການເສຍອາກອນ, ມາດຕະການອຳນວຍຄວາມສະດວກທາງດ້ານການຄ້າ, ການເຂົ້າເຖິງສິນເຊື່ອໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ຂະຫນາດກາງ ແລະ ນະ ໂຍບາຍການໄຫລເຂົ້າ ແລະ ອອກຂອງເງິນທຶນ ລະຫວ່າງ ແລະ ໃນປະເທດ ເຊິ່ງໄດ້ຖືກປະກາດແລ້ວໃນກອງປະຊຸມທຸລະກິດລາວ ຄັ້ງທີ 14 ທີ່ຜ່ານມາ.

ທ່ານ ທອງ​ພັດ ວົງ​ມະນີ ຍັງ​ໃຫ້​ຮູ້​ອີກ​ວ່າ: ລັດຖະບານ ໄດ້ໃຫ້ຄວາມສໍາຄັນໃນການອອກໃບອະ ນຸຍາດໃນຂະແໜງການປຸງແຕ່ງສະບຽງອາຫານ ແລະ ສິນຄ້າກະສິກໍາ, ໃນກົດລະບຽບໃໝ່ນັ້ນຍັງໄດ້ລະບຸໄວ້ວ່າ ກິດຈະກໍາທີ່ມີຄວາມສ່ຽງຕໍ່າ ຈະບໍ່ຮຽກຮ້ອງໃຫ້ມີໃບອະນຸຍາດໃດໆ, ຂະບວນການປະຕິຮູບການລົງທຶນໃນຂະແໜງກະສິກຳນີ້ ຈະເປີດຊ່ອງທາງໃໝ່ໃຫ້ແກ່ບັນດາບໍລິສັດວິສາຫະກິດ ໃນ ສປປ ລາວ.