ສານປະຊາຊົນສູງສຸດ ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ 9 ໜ່ວຍພັກ

ສານປະຊາຊົນສູງສຸດ (ສປສສ) ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ແລະ ມອບບັດສະມາຊິກພັກສົມບູນໃຫ້ສະມາຊິກພັກ ຈັດຂຶ້ນວັນທີ 19 ເມສາ 2023, ໂດຍການ ເປັນປະທານຂອງ ທ່ານ ນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ, ມີຄະນະພັກ-ຄະນະກົມ, ເລຂາໜ່ວຍພັກ, ພ້ອມດ້ວຍສະມາຊິກພັກສົມບູນເຂົ້າຮ່ວມ.

ທ່ານ ຂຸນສຸວັນ ສຸທຳມະວົງ ຄະນະປະຈຳພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານມະຕິຕົກລົງຂອງຄະນະບໍລິຫານງານພັກສານປະຊາຊົນສູງສຸດ ວ່າດ້ວຍການຮັບຮອງເອົາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃຫ້ 9 ໜ່ວຍພັກ ປະຈຳປີ 2022 ຄື: ໜ່ວຍພັກກົມຄຸ້ມຄອງວິຊາການ ແລະ ສະຖິຕິສານໜ່ວຍພັກສະຖາບັນຄົ້ນຄວ້າ ແລະ ເຝີກອົບຮົມໜ່ວຍພັກຫ້ອງການ, ໜ່ວຍພັກຄະນະສານແພ່ງ, ໜ່ວຍພັກຄະນະແຮງງານ, ໜ່ວຍພັກຄະນະສານ, ໜ່ວຍພັກຄະນະສານປົກຄອງ, ໜ່ວຍພັກຄະນະກົມຈັດຕັ້ງ-ພະນັກງານ ແລະ ໜ່ວຍພັກກົມກວດກາ, ເຊິ່ງຜ່ານການດໍາເນີນການປະເມີນແຜນສ້າງໜ່ວຍພັກທັງ 9 ໜ່ວຍນັ້ນເຫັນວ່າບໍ່ມີສະມາຊິກພັກອ່ອນ ແລະ ເສຍທາດຂາດຄຸນສ່ວນໜ່ວຍພັກທີ່ບໍ່ທັນໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ປະກອບມີ 2 ໜ່ວຍພັກທີ່ຈະຕ້ອງໄດ້ສືບຕໍ່ປະຕິບັດຕາມເງື່ອນໄຂ ແລະ ແຜນການຄື: ໜ່ວຍພັກກົມຮ່ວມມືສາກົນ ແລະ ໜ່ວຍພັກຄະນະສານຄອບຄົວ.

ພ້ອມນີ້, ໃນພິທີ ຍັງໄດ້ມອບບັດສະມາຊິກພັກສົມບູນໃຫ້ສະມາຊິກພັກສົມ ບູນ 30 ທ່ານ ໃຫ້ກຽດມອບໂດຍ ສະຫາຍ ນາງ ວຽງທອງ ສີພັນດອນ ປະ ທານສານປະຊາຊົນສູງສຸດ.