ໄລຍະບຸນປີໃໝ່ລາວ ທົ່ວນະຄອນຫລວງວຽງຈັນ ມີປາກົດການຫຍໍ້ທໍ້ເກີດຂຶ້ນ 15 ເລື່ອງ ແລະ ມີຜູ້ລະເມີດແຈ້ງການ-ຄໍາສັ່ງ

ທ່ານ ພຈົວ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນວ ໃຫ້ສໍາພາດຕໍ່ຂ່າວ ປກສ ນວ ວ່າ: ການປ້ອງກັນງານສະເຫລີມສະຫລອງບຸນປີໃໝ່ລາວ ພສ 2566 ໃນນະຄອນຫລວງວຽງຈັນ (ນວ) ທຸກພາກສ່ວນທີ່ເຮັດໜ້າທີ່ປ້ອງກັນ ໂດຍສະເພາະກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ ກໍໄດ້ນຳເອົາເນື້ອໃນຈິດໃຈຂອງກະຊວງ ປກສ ແລະ ນວ ຫັນມາເປັນແຜນການເຄື່ອນໄຫວອັນລະອຽດຂອງຕົນ, ໄດ້ສ້າງແຜນປ້ອງກັນ ສະບັບເລກທີ 123/ປກສ.ນວ, ລົງວັນທີ 29 ມີນາ 2023; ໃນນັ້ນ ໄດ້ຈັດຕັ້ງກໍາລັງປ້ອງກັນ ຈໍານວນ 556 ສະຫາຍ ລົງໄປປະຈໍາຢູ່ 9 ຈຸດໃຫຍ່, ທັງໄດ້ຈັດຕັ້ງກຳລັງຈະລາຈອນປະຈຳຢູ່ຈຸດເສັ້ນທາງຫລວງ-ປະຈຳປ້ອມເພື່ອລະບາຍລົດ ແລະ ແກ້ໄຂອຸບັດຕິເຫດ, ຈັດຕັ້ງກໍາລັງສະຖານີ 1191, ກຳລັງປະຈຳການຢູ່ແຕ່ລະກົມກອງ ເພື່ອກຽມພ້ອມແກ້ໄຂກໍລະນີສຸກເສີນຕະຫລອດ 24 ຊົ່ວໂມງ.

ຜ່ານການປະຕິບັດໜ້າທີ່ວຽກງານວິຊາສະເພາະ ໃນວັນທີ 14-16 ເມສາ 2023 ເຈົ້າໜ້າທີ່ໄດ້ກວດພົບເຫັນການລະເມີດແຈ້ງການ ແລະ ຄຳສັ່ງ ເປັນຕົ້ນ ແມ່ນມີຄົນດື່ມເຫລົ້າເບຍແລ້ວອາລະວາດ 2 ຄົນ, ຈຸດໝາກກະໂພກ 3 ຄົນ (ຄົນຫວຽດນາມ) ຕັ້ງກຸ່ມດື່ມເຫລົ້າເບຍ, ຫົດນໍ້າຕາມແຄມທາງ; ເຊິ່ງກີດຂວາງການສັນຈອນຂອງພາຫະນະມີ 15 ຮ້ານ ແລະ ທົ່ວ ນວ ມີປາກົດການຫຍໍ້ທໍ້ເກີດຂຶ້ນ 15 ເລື່ອງ, ໄດ້ສ້າງຜົນເສຍຫາຍຄື: ເງິນ 7.220.000 ກີບ, 20.005 ໂດລາ, 96.000 ຢວນ, ຄຳ 12 ບາດ, ລົດຈັກ 5 ຄັນ, ອຸປະກອນວິນສາຍກາບ 4 ເຄື່ອງ, ສາຍກາບເຫລັກ 560 ແມັດ, ແວ່ນລົດ 3 ບານ ແລະ ອື່ນໆ, ທຽບໃສ່ປີຜ່ານມາແມ່ນເພີ່ມຂຶ້ນ 8 ເລື່ອງ, ຕໍ່ກັບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ ເຈົ້າໜ້າທີ່ສາມາດແກ້ໄຂໄດ້ 12 ເລື່ອງ, ກັກຕົວເປົ້າໝາຍ 12 ຄົນ, ຢຶດຂອງກາງປະເພດປືນສັ້ນຈຸດ 38 ຈໍານວນ 1 ກະບອກ ພ້ອມລູກປືນ 1 ລູກ ແລະ ປືນສັ້ນດັດແປງ 1 ກະບອກ, ມີອຸບັດຕິເຫດເກີດ 20 ເລື່ອງ, ເສຍຊີວິດ 3 ຄົນ, ຄົນຮັບບາດເຈັບ 43 ຄົນ, ພາຫະນະເປ່ເພ 39 ຄັນ ແລະ ມີອັກຄີໄພເກີດຂຶ້ນ 4 ເລື່ອງ, ສ່ວນສາເຫດ ແລະ ຜົນເສຍຫາຍ ແມ່ນຢູ່ໃນຂັ້ນຕອນສືບສວນ-ສອບສວນຂອງເຈົ້າໜ້າທີ່.

ກ່ຽວກັບມາດຕະການຕໍ່ຜູ້ລະເມີດ ເຈົ້າໜ້າທີ່ພວກເຮົາແມ່ນປະຕິບັດຕາມແຈ້ງການ ແລະ ຄໍາສັ່ງທີ່ຂັ້ນເທິງໄດ້ກໍານົດໃນໄລຍະສະເຫລີມສະຫລອງບຸນປີໃໝ່ ແລະ ອີງໃສ່ລະບຽບການ ກໍຄືກົດໝາຍຂອງລັດວາງອອກຢ່າງເຂັ້ມງວດ-ເດັດຂາດ, ຕໍ່ກັບບຸກຄົນ, ນິຕິບຸກຄົນທີ່ລະເມີດຂໍ້ຫ້າມທີ່ບໍ່ຮ້າຍແຮງ ເຈົ້າໜ້າທີ່ໄດ້ສຶກສາອົບຮົມ, ກ່າວເຕືອນ ແລະ ປັບໃໝຕາມລະບຽບການ; ຕໍ່ກັບບຸກຄົນ, ນິຕິບຸກຄົນທີ່ລະເມີດຂໍ້ຫ້າມທີ່ຮ້າຍແຮງ ເປັນຕົ້ນແມ່ນການລະເມີດກົດໝາຍ ທາງເຈົ້າໜ້າທີ່ພວກເຮົາໄດ້ກັກຕົວມາດໍາເນີນຄະດີ ຕາມຂັ້ນຕອນຂອງກົດໝາຍຢ່າງເຂັ້ມງວດໂດຍບໍ່ມີການລະເວັ້ນໃດໆ.