ລີເວພູລ, ເຊລຊີ ແລະ ອາເຊນອລ ເປີດເສິກລ່າ ກອງກາງຕົວເກັ່ງບາເລນເຊຍ

ລີເວີພູລ, ເຊລຊີ ແລະ ອາເຊນອລ 3 ສະໂມສອນດັງແຫ່ງ ພຣີເມຍລີກ ອັງກິດ ກຽມເປີດເສິກນອກສະໜາມຍາດ ຢູນຸສ ມູຊາ ກອງກາງດາວຮຸ່ງທີມຊາດສະຫະລັດ ອາເມລິກາ ຂອງທີມບາເລນເຊຍ ໃນການແຂ່ງຂັນ ລີລາ ສະເປນ ໄປເສີມໃນລະດູການ.

ໃນລະດູການນີ້ ກອງກາງໄວ 20 ປີ ສ້າງຜົນງານໃຫ້ກັບ ບາເລນເຊຍ ໄດ້ຢ່າງໜ້າປະທັບໃຈດ້ວຍການລົງສະໜາມໄປລວມທຸກລາຍການ 30 ເກມ ເຊິ່ງເຮັດໃຫ້ລາວໄດ້ຮັບຄວາມສົນໃຈຢ່າງຫລາຍຈາກຫລາຍສະໂມສອນ ແລະ ໂດຍສະເພາະ ລີເວີພູລ, ເຊລຊີ ແລະ ອາເຊນອລ ທີ່ຕ້ອງການເສີມຂຸມກຳລັງແດນກາງ.

ເຈີເກັນ ຄລອບ ຜູ້ຈັດການທີມຊາວເຢຍລະມັນຂອງລີເວີພູລ ພວມເບິ່ງຫາກອງກາງສາຍເລືອດໃຫມ່ເຂົ້າມາທົດແທນ ນາບີ້ ເກອິຕາ, ອາເລັກ ອັອກເລດ ແຊມເບີເລນ ແລະ ເຈມ ມິລເນີ ທີ່ຈະອອກຈາກສະໂມສອນແບບບໍ່ມີຄ່າຕົວຫລັງຈົບລະດູການນີ້.

ຂະນະທີ່ ມິເກລ ອາເຕຕາ ຜູ້ຈັດການທີມ ອາເຊນອລ ຕ້ອງການຄົນເຂົ້າມາແບ່ງເບົາພາລະຂອງ ໂທມັສ ປາເຕ, ຈໍຈິນໂຢ ແລະ ກຣານິດ ຊາກາ ຂະນະທີ່ ເຊລຊີ ຊອກຫາຄົນຢືນຄູ່ກັບ ເອນໂຊ ເຟີນານເດສ ຊເິ່ງ ມູຊູ ຢູ່ໃນຂ່າຍພິຈາລະນາ.

ສຳລັບ ມູຊາ ຍັງມີສັນຍາກັບ ບາເລນເຊຍ ເຖິງປີ 2026 ແລະ ມີຄ່າຕົວປະມານ 30 ລ້ານປອນ.