ແມນຢູ ບໍ່ຍອມປ່ອຍ ການາໂຊ ຮ່ວມທີມຟ້າຂາວລົງແຂ່ງບານໂລກ U20

ດາວຮຸ່ງອາເຈນຕິນາຈະບໍ່ໄດ້ເຂົ້າຮ່ວມການແຂ່ງຂັນສໍາຄັນສໍາລັບນັກເຕະເຍົາວະຊົນ ຫລັງຈາກທີ່ ຜີສາດແດງ ປະຕິເສດຄຳຮ້ອງຂໍຈາກສະມາຄົມບານເຕະອາເຈນຕິນາ.

ອະເລັກຊານໂດຣ ການາໂຊ ດາວຮຸ່ງຂອງ ແມນເຊັສເຕີ ຢູໄນເຕັດ ຈະບໍ່ໄດ້ຮ່ວມທີມຊາດອາເຈນຕິນາ ເຕະບານໂລກຮຸ່ນອາຍຸບໍ່ເກີນ 20 ປີ ຫລັງຈາກສະໂມສອນຂອງລາວໄດ້ປະຕິເສດການຮ້ອງຂໍຈາກທັບຟ້າຂາວຮຽບຮ້ອຍ, ອີງຕາມລາຍງານ TyC Sports.

ນັກເຕະອາຍຸ 18 ປີ ມີຜົນງານທີ່ໂດດເດັ່ນໃຫ້ກັບ ຜີສາດແດງ ໃນລະດູການນີ້ ໂດຍຍິງໄດ້ 5 ປະຕູ ກັບ 6 ແອສຊີສ ຈາກການລົງສະໜາມ 31 ນັດ ໂດຍສ່ວນຫລາຍຈະໄດ້ຮັບໂອກາດລົງມາເປັນຕົວສຳຮອງ.

ຢ່າງໃດກໍ່ຕາມ, ປະຈຸບັນລາວກໍາລັງຮັກສາຕົວຈາກການບາດເຈັບທີ່ຂໍ້ຕີນ ແລະ ບໍ່ໄດ້ລົງຫລິ້ນ 7 ນັດຫລັງສຸດກັບທີມ ແມນເຊັສເຕີ ຢູໄນເຕັດ ແລະ ຄາດວ່າຈະຟື້ນຕົວກັບມາຫລິ້ນໄດ້ໃນທ້າຍລະດູການນີ້.

ອີງຕາມການລາຍງານຂອງສື່ທີ່ມີຊື່ສຽງຂອງເຈນຕິນາ ໄດ້ເປີດເຜີຍວ່າທັບຟ້າຂາວພະຍາຍາມຂໍໃຫ້ ຢູໄນເຕັດ ປ່ອຍໂຕ ການາໂຊ ໃຫ້ມາລົງຫລິ້ນໃນການແຂ່ງຂັນທີ່ສໍາຄັນໃນທ້າຍເດືອນຫນ້າ, ແຕ່ທາງ ຢູໄນເຕັດ ໄດ້ປະຕິເສດຄໍາຮ້ອງຂໍດັ່ງກ່າວ.

ທັ້ງນີ້ສະໂມສອນໃນອາເຈນຕິນາທັງຫມົດມີຂໍ້ບັງຂັບວ່າຈະຕ້ອງສົ່ງນັກເຕະຫນຸ່ມຂອງພວກເຂົາໃຫ້ອາເຈນຕິນາໃນການແຂ່ງຂັນນີ້. ແຕ່ກົດລະບຽບດັ່ງກ່າວໃຊ້ບໍ່ໄດ້ກັບສະໂມສອນທີ່ຢູ່ຕ່າງປະເທດ. ເຮັດໃຫ້ພວກເຂົາຕ້ອງຮ້ອງຂໍອະນຸຍາດຈາກ ແມນເຊັສເຕີ ຢູໄນເຕັດ ກ່ອນພວກເຂົາຈຶ່ງຈະສາມາດໃຊ້ ການາໂຊ ໄດ້.