ໄລຍະສະຫລອງບຸນປີໃໝ່ລາວ ແຂວງບໍ່ແກ້ວ ມີອຸບັດຕິເຫດເກີດຂຶ້ນ 8 ກໍລະນີ ແລະ ມີຜູ້ເສຍຊິວິດ 3 ຄົນ

ເຈົ້າໜ້າທີ່ຕຳຫລວດຈະລາຈອນແຂວງບໍ່ແກ້ວ ລາຍງານວ່າ: ໃນໄລຍະການສະເຫລີມສະຫລອງບຸນປີໃໝ່ລາວ ພສ 2566 ໃນລະຫວ່າງວັນທີ 11-17 ເມສາ 2023 ແຂວງບໍ່ແກ້ວເກີດມີອຸບັດຕິເຫດຢູ່ຕາມທ້ອງຖະໜົນຫລວງ 8 ກໍລະນີ, ມີພາຫະນະເປເພ່ ເລັກນ້ອຍ 6 ຄັນ, ໃຊ້ການບໍ່ໄດ້ 1 ຄັນ, ມີຄົນເຈັບເລັກນ້ອຍ 7 ຄົນ, ເຈັບສົມຄວນ 11 ຄົນ, ສາຫັດ 1 ຄົນ ແລະ ມີຜູ້ເສຍຊິວິດ 3 ຄົນ.

ໃນນີ້, ເກີດຢູ່ເມືອງຫ້ວຍຊາຍມ 1 ກໍລະນີຄື: ລົດຈັກຕໍາລົດຈັກ ເຮັດໃຫ້ພາຫະນະເປເພ່ສົມຄວນ 2 ຄັນ, ໄດ້ຮັບບາດເຈັບສົມຄວນ 2 ຄົນ; ເມືອງປາກທາ 1 ກໍລະນີ ມີລົດຈັກຕໍາຄົນຍ່າງ, ພາຫະນະເປເພ່ ເລັກນ້ອຍ 1 ຄັນ, ມີຄົນໄດ້ຮັບບາດເຈັບເລັກນ້ອຍ 2 ຄົນ; ສາຫັດ 1 ຄົນ; ເມືອງຜາອຸດົມ 3 ກໍລະນີ: ມີລົດຈັກຕໍາລົດຈັກ ພາຫະນະເປເພ່ເລັກນ້ອຍ 1ຄັນ, ສົມຄວນ 3 ຄັນ; ໃຊ້ການບໍ່ໄດ້ 1 ຄັນ, ມີຄົນໄດ້ຮັບບາດເຈັບເລັກນ້ອຍ 3 ຄົນ, ເຈັບສົມຄວນ 5 ຄົນ;ເມືອງຕົ້ນເຜິ້ງ 3 ກໍລະນີ ລົດເກັງ ຕໍາລົດເກັງ, ລົດເສຍຫລັກຕໍາຕົ້ນໄມ້ ແລະ ລົດກະບະວີໂກ ຕໍາລົດຖີບໄຟຟ້າ ຢູ່ເຂດເສດຖະກິດພິເສດສາມຫລຽມຄໍາ 1 ລາຍ ມີພາຫະນະເປເພ່ເລັກນ້ອຍ 3 ຄັນ, ສົມຄວນ 4 ຄັນ. ມີຜູ້ທີ່ໄດ້ຮັບບາດເຈັບເລັດນ້ອຍ 4 ຄົນ ແລະ ມີຜູ້ເສຍຊິວິດ 3 ຄົນ.