Sky ເຢຍລະມັນ ເຜີຍວ່າ ບາເຢີນ ກຽມປ່ອຍມາເນ ຫລັງຈົບລະດູການ ກໍລະນີມີເລື່ອງກັບ ຣີລອຍ ຊາເນ

ນັກຂ່າວສະກາຍ ສະປອດ ເຢຍລະມັນ ໄດ້ໃຫ້ສຳພາດຢືນຢັນວ່າ ບາເຢິນ ມິວນິກ ໄດ້ຕັດສິນໃຈກຽມຂາຍ ຊາດິໂອ ມາເນ ໃນທ້າຍລະດູການນີ້. ຫລັງຈາກເຫດການທີ່ລາວໄດ້ກໍເຫດຊົກຕີກັບເພື່ອນຮ່ວມທີມ ຣີລອຍ ຊາເນ.

ເຖິງແມ່ນວ່າກ່ອນຫນ້ານີ້ຈະມີຂ່າວການລົງໂທດສູງສຸດຂອງ ມາເນ ແມ່ນການປັບໄຫມ ແລະ ຍັງບໍ່ທັນມີຊື່ກັບທີມໃນເວລານີ້, ແຕ່ທາງດ້ານກົນລະຍຸດ, ຜູ້ຈັດການທີມ ໂທມັສ ທູເຄິນ ໄດ້ເຫັນວ່າ ມາເນ ບໍ່ໄດ້ຢູ່ໃນແຜນການໄລຍະຍາວຂອງລາວຕາມການລາຍງານຂອງສື່ເຢຍລະມັນ.

ເພດເທນເບີກ ເປີດເຜີຍວ່າ: “ຈາກສິ່ງທີ່ຂ້ອຍໄດ້ຍິນ, ບາເຢີນ ຈະເຮັດທຸກຢ່າງເພື່ອປົດ ຊາດີໂອ ມາເນ ອອກຈາກທີມ.

ແຕ່ຈະຕ້ອງສືບຕໍ່ຕິດຕາມສະຖານະການຂອງ ຊາດີໂອ ມາເນ ຕໍ່ໄປ.