4 ວັນໄລຍະປີໃໝ່ ແຂວງຈຳປາສັກ ມີອຸບັດເຫດເກີດຂື້ນ 27 ຄັ້ງ ເສຍຊີວິດ 2 ຄົນ
ວັນທີ 17 ເມສາ 2023 ນີ້, ທ່ານ ພັຕ ກິນດາວົງ ແກ້ວໂຍທີ ຮອງພະແນກຕຳຫລວດຈາລະຈອນ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນໄລຍະການຫລິ້ນບຸນປີໃໝ່ລາວ ນັບແຕ່ ວັນທີ 12 ເມສາ ຫາວັນທີ 15 ເມສາ 2023. ທົ່ວແຂວງຈຳປາສັກມີອຸບັດເຫດເກີດຂື້ນ 27 ຄັ້ງ , ເສຍຊີວິດ 2 ຄົນ, ໃນນັ້ນເຈັບສາຫັດ 3 ຄົນ, ຍິງ 1 ຄົນ, ເຈັບສົມຄວນ 21 ຄົນ, ຍິງ 6 ຄົນ, ເຈັບເລັກໜ້ອຍ 29 ຄົນ, ຍິງ 10 ຄົນ
ສາເຫດຫລັກທີ່ພາໃຫ້ເກີດອຸບັດເຫດສ່ວນຫລາຍແມ່ນ ຂາດສະຕິໃນການນຳໃຊ້ພາຫະນະ, ການດື່ມສິ່ງມືນເມົາແລ້ວຂັບ,ຈາກນັ້ນແມ່ນຂັບຂີ່ລົດດ້ວຍຄວາມປະໝາດ ແລະ ຂີ່ລົດໄວ.

