ປກສ ເມືອງທ່າແຂກ ສຶກສາອົບຮົມຜູ້ຖືກເຄາະຮ້າຍຈາກຢາເສບຕິດ 27 ຄົນ

ວັນທີ 12 ເມສາ 2023 ຜ່ານມາ, ກຸ່ມ ບ້ານຖ້າ-ນາເສ ເມືອງທ່າແຂກ ແຂວງຄຳມ່ວນ ສຶກສາອົບຮົມຜູ້ຖືກເຄາະຮ້າຍຈາກຢາເສບຕິດ. ທ່ານ ພັຕ ສຸລິກອນ ສິລິສົມ ຮອງຫົວໜ້າກຸ່ມບ້ານຖ້ຳ-ນາເສ ໄດ້ຜ່ານແຜນການເຄື່ອນໄຫວສຶກສາອົບຮົມຜູ້ທີ່ຖຶກເຄາະຮ້າຍຈາກຢາເສບຕິດ ພາຍໃນກຸ່ມບ້ານຖ້ຳ-ນາເສ ຊຸດທີ 2 ທາງກອງບັນຊາການ ປກສ ເມືອງໄດ້ເປັນເຈົ້າການໃນການຄົ້ນຄວ້າປືກສາຫາລື ແລະ ເປັນເອກະພາບໃນການກຳນົດບັນດາແຜນການມາດຕະການ ກົດລະບຽບຕ່າງໆໃນບັ້ນສືກສາອົບຮົມໃນຄັ້ງນີ້ ພ້ອມທັງຈັດຕັ້ງຜັນຂະຫຍາຍໃນການດຳເນີນວຽກງານຕົວຈິງ ຕາມແຜ່ນການໃນປັດຈຸບັນຢູ່ກຸ່ມບ້ານຖ້ຳ-ນາເສ ມີຜູ້ຖືກເຄາະຈາກຢາເສບຕິດ 27  ຄົນ, ຈາກ 11 ບ້ານຜູ້ຖືກເຄາະຮ້າຍດັ່ງກ່າວສ່ວນຫລາຍແມ່ນເປັນເປົ້າໝາຍເສບໃໝ່ ແລະ ພໍ່-ແມ່ຜູ້ປົກຄອງ ມີຄວາມຈິງໃຈ ແລະ ສະໝັກໃຈ ນຳເອົາລູກຫລານຂອງຕົນທີ່ຖືກເຄາະຮ້າຍຈາກຢາເສບຕິດເຂົ້າສູນເພື່ອປິ່ນປົວ, ຟື້ນຟູສະພາບຮ່າງກາຍ ແລະ ຈິດໃຈ, ຮັບຟັງການເຜີຍແຜ່ບັນດາເອກະສານທີ່ສຳຄັນເຊັ່ນ: ເອກະສານກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ, ຄວາມໝາຍຄວາມສຳຄັນຂອງການສຶກສາ ແລະ ກິລາ, ການປະຕິບັດຄຳຕັດສິນຂອງສານ ແລະ ບາງມາດຕາຂອງປະມວນກົດໝາຍແພ່ງ, ເອກະສານປະເທດລາວ-ຄົນລາວເປັນເຈົ້າຂອງ ແລະ ເອກະສານອື່ນໆ.