ໄລຍະບຸນປີໃໝ່ລາວພສ 2566 ກຸ່ມວັດຈັນ ບໍ່ມີປະກົດການຫຍໍ້ທໍ້ ແລະ ເຫດຄວາມບໍ່ສະຫງົບເກີດຂຶ້ນ ເຊິ່ງຮັກສາໄດ້ເຖິງຄວາມສະຫງົບປອດໄພ

ທ່ານ ພັທ ບຸນທັນ ເທບໄກສອນ ຫົວໜ້າ ປກສ ກຸ່ມວັດຈັນ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນໄລຍະການສະເຫລີມສະຫລອງບຸນປີໃໝ່ລາວ ພສ 2566, ກໍາລັງ ປກສ ກຸ່ມວັດຈັນ ໄດ້ສົມທົບກັບກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ ໃນການປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃຫ້ນັກທ່ອງທ່ຽວ ເຫັນວ່າມີຄວາມສະຫງົບປອດໄພດີ.
ເຊິ່ງກ່ອນໜ້າຈັດມີການຈັດກໍາລັງລົງປ້ອງກັນແຕ່ລະຈຸດນັ້ນ ແມ່ນໄດ້ສ້າງແຜນປ້ອງກັນເປັນອັນລະອຽດ ເຊິ່ງພາຍໃນກຸ່ມວັດຈັນ ກໍໄດ້ກໍານົດຈຸດຫຼິ້ນມີ 2 ຈຸດ ຄື: ຈຸດຖະໜົນເສດຖາທິລາດ ແຕ່ໜ້າວັດອິນແປງ ຈົນໄປຮອດນໍ້າພຸ, ຈຸດທີ 2 ຖະໜົນແຫ່ງບຸນ ແຕ່ຕະຫຼາດວັນວານ ນອກນັ້ນຍັງມີ ບູ໋ດເບຍຢູ່ແຄມຂອງໜ້າວັດຈັນ ແລະ ບ່ອນຫົດສົງພຣະພຸດທະຮູບ ມີ 7 ວັດ. ຈາກນັ້ນມາຮອດວັນທີ 14 ເມສາເປັນຕົ້ນມາກໍາລັງ ປກສ ກຸ່ມວັດຈັນ ກໍໄດ້ລົງປະຈໍາການເຮັດໜ້າທີ່ປ້ອງກັນຄວາມສະຫງົບດ້ວຍຄວາມຮັບຜິດຊອບ ພາຍໃຕ້ການຊີ້ນໍາໂດຍກົງຈາກຫົວໜ້າກອງບັນຊາການ ປກສ ເມືອງຈັນທະບູລີ. ເຊິ່ງການປ້ອງກັນດັ່ງກ່າວນັ້ນ ໂດຍສະເພາະຢູ່ວັດອົງຕື້ມະຫາວິຫານ ແມ່ນການນໍາຂັ້ນສູງ ກໍຄືປະທານປະເທດ ກໍໄດ້ລົງມາເຄື່ອນໄຫວກາບຫວາຍໄຕ້ທູບທຽນບູຊາ.
ມາຮອດປັດຈຸບັນພາຍໃນ ປກສ ກຸ່ມວັດຈັນ ຮັບຜິດຊອບສະພາບປະກົດການຫຍໍ້ທໍ້ ແລະ ເຫດຄວາມບໍ່ສະຫງົບ ແມ່ນບໍ່ມີ ເຊິ່ງຢັ້ງຢືນເຖິງການເອົາໃຈໃສ່ປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ ແລະ ຮັກສາໄດ້ເຖິງຄວາມສະຫງົບປອດໄພຂອງນັກທ່ອງທ່ຽວທີ່ເຂົ້າມາທ່ຽວຫຼິ້ນໃນໄລຍະການສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2566.