ພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ທຳລາຍສິນຄ້າໝົດອາຍຸ ແລະ ນຳເຂົ້າບໍ່ຖືກຕ້ອງ ມູນຄ່າ 3.725.000ກີບ

ວັນທີ 12 ເມສາ 2023 ຜ່ານມາ, ເຈົ້າໜ້າທີ່ຂະແໜງການຄ້າພາຍໃນສົມທົບກັບການຄ້າເມືອງໄຊ ແຂວງອຸດົມໄຊ ລົງກວດກາສິນຄ້າຢູ່ຕະຫລາດໜອງແມງດາ ແລະ ຕະຫລາດບ້ານຖິ່ນ ພົບເຫັນສິນຄ້າໝົດອາຍຸຈຳນວນໜຶ່ງ ໂດຍສະເພາະແມ່ນ ຮອ໋ດດອກຊິສ, ເສັ້ນລ້ອນ, ຕີນໝູ, ນ້ຳອັດລົມ, ເຂົ້າໜົມຈີນ, ແລະ ເຂົ້າໜົມອື່ນໆຈຳນວນໜຶ່ງ. ເພື່ອເປັນການປະຕິບັດຕາມພາລະບົດບາດ ສິດໜ້າທີ່ຂອງຕົນ, ພະແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ ຈຶ່ງໄດ້ອອກເຄື່ອນໄຫວຢ່າງເປັນປົກກະຕິໃນການຕິດຕາມລາຄາສິນຄ້າ ແລະ ສິນຄ້າຮຽນແບບ ສິນຄ້າໝົດອາຍຸ ແລະ ສິນຄ້າທີ່ນຳເຂົ້າບໍ່ຖືກຕ້ອງ ໃນທ້ອງຕະຫລາດ ເທສະບານແຂວງອຸດົມໄຊ, ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ ມີຄວາມເປັນລະບຽບຮຽບຮ້ອຍ ໂດຍສະເພາະໃນໄລຍະບຸນປີໃໝ່ລາວ ແລະ ເພື່ອບໍ່ໃຫ້ເປັນການເອົາປຽບຜູ້ບໍລິໂພກ. ຊຶ່ງ ຮູບແບບການທຳລາຍສິນຄ້າໝົດອາຍຸຄັ້ງນີ້ ແມ່ນຝັງດິນ ແລະ ຈູດເຜົາທຳລາຍຖິ້ມ.

