ແມນຢູ ຕັ້ງເປົ້າເຊັນ ຈູດ ເບລລິງແຮມ ຫລັງ ລີເວີພູລ ຖອນຕົວ

ສື່ອັງກິດລາຍງານວ່າ ເອຣິກ ເທນ ຮາກ ວາງເປົ້າໄປທີ່ ຈູດ ເບລລິງແຮມ ກອງກາງ ໂບຣຸສເຊຍ ດອດມຸນ ເປັນເປົ້າຫມາຍໃນການເສີມທີມໃນຕະຫລາດລະດູການນີ້ ແຕ່ຕ້ອງຂຶ້ນຢູ່ກັບເລື່ອງການຊື້ຂາຍສະໂມສອນນຳອີກ.
ໂດຍ ເບລລິງແຮມ ເປັນຫນຶ່ງໃນນັກເຕະທີ່ມີສະເໜ່ຫລາຍທີ່ສຸດຂອງຢູໂຣບຕອນນີ້ ຫລັງລາວສ້າງຜົນງານໄດ້ຢ່າງສຸດຍອດກັບ ດອດມຸນ ແລະ ທີມຊາດອັງກິດ ເຮັດໃຫ້ຫລາຍສະໂມສອນຕ່າງໃຫ້ຄວາມສົນໃຈທັງ ລີເວີພູລ, ແມນເຊສເຕີ ຢູໄນເຕັດ, ແມນເຊສເຕີ ຊິຕີ, ເຊລຊີ, ປາຣີສ ແຊັງ ແຊັກແມັງ ແລະ ຣຽວ ມາດຣິດ.
ແຕ່ແລ້ວ ເມື່ອວັນທີ 11 ເມສາ ຜ່ານມາ ສື່ຊື່່ດັງເກືອບທຸກສຳນັກລາຍງານກັນກົງວ່າ ລີເວີພູລ ໄດ້ຕັດສິນໃຈຖອນຕົວຈາກການຄວ້ານັກເຕະອາຍຸ 19 ປີແລ້ວ ເນື່ອງຈາກຄ່າຕົວທີ່ສູງເກີນໄປ.
ຫລ້າສຸດ Daily mail ເປີດເຜີຍວ່າ : ແມນເຊສເຕີ ຢູໄນເຕັດ ໃຫ້ຄວາມສົນໃຈ ເບລລິງແຮມ ຢ່າງຈິງຈັງຕາມຄວາມຕ້ອງການຂອງ ເທນ ຮາກ ແລະ ວາງເປົ້າຫມາຍເສີມທີມໃນໄລຍະຕະຫລາດໜ້າຮ້ອນ.
ແຕ່ການທີ່ຈະດຶງກອງກາງພອນສະຫວັນລາຍນີ້ທີ່ຄາດວ່າ ມີຄ່າຕົວບໍ່ຕຳ່ກວ່າ 130 ລ້ານປອນໄດ້ນັ້ນ ຂຶ້ນຢູ່ກັບສະຖານະການການຂາຍສະໂມສອນທີ່ປັດຈຸບັນຍັງບໍ່ມີຄວາມຈະແຈ້ງ.
ໂດຍຫາກໍມີລາຍງານຈາກ BBC ວ່າ ຕະກູລ ເກລເຊີເຈົ້າຂອງທີມ ໄດ້ເປີດການສະເໜີລາຄາຮອບ 3 ສຳລັບການປະມູນຊື້ສະໂມສອນ ຫລັງຍັງບໍ່ໄດ້ລາຄາທີ່ຖືກໃຈ.
ແນວໃດກໍຕາມມີການລະບຸເພີ່ມຕື່ມວ່າ ຂະນະນີ້ທີມທີ່ຄາດວ່າຈະເຊັນສັນຍາກັບ ເບລລິງແຮມ ຄື ແມນເຊສເຕີ ຊິຕີ ແລະ ຣຽວ ມາດຣິດ.

