ສະຖານທູດລາວ ປະຈຳບາງກອກ ຣາຊະອານາຈັກໄທ ສະຫລອງປີໃໝ່ລາວ ພ.ສ 2566

ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພ.ສ 2565 ແລະ ຕ້ອນຮັບປີໃໝ່ ພ.ສ 2566, ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຣາຊະອານາຈັກໄທ ໄດ້ຈັດພິທີບາສີສູ່ຂວັນ ແລະ ສະເຫລີມສະຫລອງເນື່ອງໃນໂອກາດດັ່ງກ່າວຂຶ້ນ ໃນຕອນຄໍ່າຂອງວັນທີ 10 ເມສາ 2023 ໂດຍໄດ້ຮັບກຽດເປັນຢ່າງສູງຈາກ ສົມເດັດ ພະຄະນິດຖາທິຣາດເຈົ້າ ກົມສົມເດັດພະເທບຣັດ ຣາຊະສຸດາ ສະຫຍາມບໍຣົມຣາຊະກຸມ ມາຣີ ເປັນປະທານກິດຕິມະສັກ, ຊຶ່ງມີທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ທ່ານ ດອນ ປຣະມັດວິໄນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ.
ໃນພິທີ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ກ່າວວ່າ: ບຸນປີໃໝ່ລາວ ຫລື ບຸນກຸດສົງການ ແມ່ນບຸນສໍາຄັນທີ່ປະຊາຊົນສອງຊາດລາວ ແລະ ໄທ ໄດ້ສືບທອດປະຕິບັດມາແຕ່ບູຮານນະການ, ຊຶ່ງປີ ພສ 2566 ນີ້ກົງກັບປີເຖາະ ຫລື ປີກະຕ່າຍ ທີ່ມີຄວາມໝາຍເຖິງຄວາມ ຈະເລີນຮຸ່ງເຮືອງ, ຄວາມສະຫງົບສຸກ ແລະ ຄວາມສຸກໂຊກດີ ແລະ ການຈັດພິທີສະເຫລີມສະຫລອງ ຢູ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາຣາຊະອານາຈັກໄທ ໃນຄັ້ງນີ້ ແມ່ນຈັດຂຶ້ນພາຍຫລັງໂຈະມາເປັນເວລາ 3 ປີ ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ແລະ ຖືວ່າການຈັດງານໃນຄັ້ງນີ້ ແມ່ນເປັນໂອກາດອັນດີໃນການພົບປະສັງສັນ ແລະ ອວຍພອນເຊິ່ງກັນ ແລະ ກັນ ລະຫວ່າງ ປະຊາຊົນ ແລະ ຂ້າຣາຊະການໄທ ແລະ ລາວ ທີ່ເປັນປະເທດບ້ານໃກ້ເຮືອນຄຽງທີ່ມີຮີດຄອງປະເພນີ ແລະ ວັດທະນະທໍາທີ່ຄ້າຍຄືກັນ ໄດ້ພົບປະສັງສັນ ແລະ ອວຍພອນ ເຊິ່ງກັນ ແລະ ກັນ.
ພ້ອມນີ້, ສິ່ງທີ່ເປັນພິເສດ ຢ່າງຍິ່ງແມ່ນການສະແດງເຖິງຄວາມປິຍິນດີຕໍ່ພະຫາກະລຸນາທິຄຸນຂອງ ສົມເດັດພະຄະນິດຖາທິຣາດເຈົ້າ ກົມສົມເດັດ ພະເທບຣັດຣາຊະສຸດາ ສະຫຍາມບໍຣົມຣາຊະກຸມມາຣີ ຕໍ່ ສປປ ລາວ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ຕ່າງໜ້າໃຫ້ແກ່ບັນດາແຂກທີ່ເຂົ້າຮ່ວມງານໃນຄັ້ງນີ້ ຖວາຍພະພອນເນື່ອງໃນວັນຄ້າຍວັນພະຣາຊະສົມພົບ ຄົບຮອບ 68 ພັນສາ ຂອງ ສົມເດັດ ພະຄະນິດຖາທິຣາດເຈົ້າ ກົມສົມເດັດພະເທບຣັດ ຣາຊະສຸດາ ສະຫຍາມບໍຣົມຣາຊະກຸມາຣີ ທີ່ຫາກໍຜ່ານພົ້ນໄປເມື່ອບໍ່ດົນມານີ້ (2 ເມສາ 1955) ຈົ່ງມີພະກະເສມສຳລານ, ມີພະລານາໄມສົມບູນ ແລະ ເປັນຮົ່ມໂພຮົ່ມໄຊໃກ້ແກ່ການເພີ່ມທະວີສາຍພົວພັນມິດຕະພາບ ຂອງສອງປະເທດ ລາວ ແລະ ໄທ ຖານບ້ານໃກ້ເຮືອນຄຽງທີ່ດີ ໃຫ້ໄດ້ຮັບການພັດທະນາ ແລະ ໝັ້ນຄົງທະນົງແກ່ນຍິ່ງໆຂຶ້ນ ເພື່ອຄວາມຈະເລີນຮຸ່ງເຮືອງຄວາມສະຫງົບສຸກ ໃນຊຸມປີຂ້າງໜ້າ.
ໃນໂອກາດດຽວກັນ, ທ່ານ ເອກອັກຄະລັດຖະທູດ ຄໍາພັນ ອັ່ນລາວັນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທຸກພາກສ່ວນທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ຂອງ ສປປ ລາວ ແລະ ຣາຊະອານາຈັກໄທ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນ ໃນການຈັດງານສະເຫລີມສະຫລອງບຸນປີ ໃໝ່ໃນຄັ້ງນີ້ ທ່າມກາງບັນຍາກາດທີ່ສອງຊາດ ໄດ້ຍົກລະດັບສາຍພົວພັນມິດຕະພາບຂອງປະເທດ ຂຶ້ນເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ດ້ວຍບັນຍາກາດອັນອົບອຸ່ນ, ເບີກບານມ່ວນຊື່ນ ແລະ ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

