ແຂວງຈໍາປາສັກ ແລະ ນະຄອນໂຮ່ຈິມິນ ສສ ຫວຽດນາມ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ທ່ານ ຟານ ວັນ ມ້າຍ ກຳມະການສູນກາງພັກກອມມູນິດ ຫວຽດນາມ,ປະທານຄະນະກຳມະການປະຊາຊົນ ນະຄອນໂຮ່ຈິມິນ ພ້ອມດ້ວຍຄະນະຜູ້ແທນ ນະຄອນໂຮ່ຈິມິນ ມາເຄື່ວນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ ເພື່ອເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ໂດຍສະເພາະການຕີລາຄາຄືນ ແລະ ຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ແຂວງຈຳປາສັກ ກັບ ນະຄອນໂຮ່ຈິມິນ ໃນວັນທີ 10 ເມສາ 2023 ນີ້, ໂດຍການຕ້ອນຮັບ ຂອງ ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍຄະນະການນຳແຂວງຈຳປາສັກ.
ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ໄດ້ສະແດງການຕ້ອນຮັບຢ່າງສະໜິດສະໜົມ ແລະ ຕີລາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຈຳປາສັກ ຂອງຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ ຄັ້ງນີ້ຊຶ່ງເປັນຂີດໝາຍແກ່ການສືບຕໍ່ເສີມສ້າງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ໂດຍສະເພາະແຂວງຈໍາປາສັກ ແລະ ນະຄອນໂຮ່ຈິມິນ ໃຫ້ນັບມື້ພັດທະນາເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນຍິ່ງໆຂຶ້ນ. ຊຶ່ງການພົບປະ ແລະ ເຮັດວຽກ ຂອງຜູ້ແທນສອງຝ່າຍ ທີ່ໄດ້ສະຫລຸບຕີລາຄາຄືນ ໝາກຜົນຂອງການຮ່ວມມື ໃນໄລຍະຜ່ານມາ, ພ້ອມກັນນັ້ນ ຍັງໄດ້ປະກອບຄຳເຫັນດ້ານເນື້ອໃນຮ່ວມກັນ ເພື່ອກຳນົດທິດທາງແຜນການຮ່ວມມືໃນຕໍ່ໜ້າ ເປັນຕົ້ນການຮ່ວມມືສົ່ງເສີມທາງດ້ານການຄ້າ-ການລົງທຶນ, ຮ່ວມມືພັດທະນາຊົນນະບົດລຶບລ້າງຄວາມທຸກຍາກ, ຄຽງຄູ່ກັບ ການເຊື່ອມໂຍງ ຊຸກຍູ້ ການຮ່ວມມື, ການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ, ເພື່ອຊຸກຍູ້ເສດຖະກິດ ຂອງພາກພື້ນ.
ໂອກາດດຽວກັນ, ທ່ານ ຟານ ວັນ ມ້າຍ ໄດ້ສະແດງຄວາມຂອບໃຈ ທ່ານ ວິໄລວົງ ບຸດດາຄຳ ພ້ອມດ້ວຍຄະນະ ນຳຂອງແຂວງ ທີ່ໄດ້ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ ພ້ອມທັງ ພາກພູມໃນເປັນຢ່າງຍິ່ງທີ່ໄດ້ມາຢ້ຽມຢາມແຂວງຈຳປາສັກ ໃນຄັ້ງນີ້ ແລະ ຖືໂອກາດຕີລາຄາຄືນການຈັດຕັ້ງການຮ່ວມມືໃນໄລຍະຜ່ານມາ, ກໍຄືບັນດາເນື້ອໃນຂອງບົດບັນທຶກການຮ່ວມມື (ປີ 2022-2025) ລະຫວ່າງ ແຂວງຈຳປາສັກ ແລະ ນະຄອນໂຮ່ຈິມິນ, ພ້ອມນັ້ນຍັງຮູ້ສຶກເປັນກຽດທີ່ມີໂອກາດໄດ້ເຂົ້າຮ່ວມເວທີປາໄສການເຊື່ອມໂຍງຊຸກຍູ້ ການຮ່ວມມື, ການລົງທຶນ, ການຄ້າ, ການທ່ອງທ່ຽວ, 3 ປະເທດ ຫວຽດນາມ, ລາວ ແລະ ໄທ ທີ່ແຂວງຈໍາປາສັກ ຖືເປັນການສົ່ງເສີມຖືກຕ້ອງກັບແນວທາງນະໂຍບາຍຂອງສອງພັກ ສອງລັດ ຫວຽດນາມ-ລາວ, ລາວ-ຫວຽດນາມ, ວ່າດ້ວຍວຽກງານການຊຸກຍູ້ເສດຖະກິດ ຂອງພາກພື້ນຄືບັນດາທ້ອງຖິ່ນຂອງສອງປະເທດເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມໃຫ້ແກ່ບັນດາປະເທດ ໃນພາກພື້ນ, ພ້ອມທັງເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນບົດບັນທຶກຊ່ວຍຈຳ ສອງຝ່າ ໄດ້ຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ.

