ເຈົ້າໜ້າທີ່ຈະລາຈອນ ປກສ ແຂວງອຸດົມໄຊ ເຂັ້ມງວດປ້ອງກັນການເກີດອຸບັດຕິເຫດໃນໄລຍະສະເຫລີມສະຫລອງບຸນປີໃໝ່ລາວ ພສ 2566

ທ່ານ ພັຕ ອ່ອນສີ ແສງມະນີ ຫົວໜ້າພະແນກຕໍາຫລວດຈະລາຈອນ ປກສ ແຂວງອຸດົມໄຊ ໄດ້ໃຫ້ຮູ້ວ່າ: ເພື່ອເຮັດໃຫ້ການສະເຫລີມສະຫລອງບຸນປີໃໝ່ລາວ ພສ 2566 ນີ້ ໃຫ້ມີບັນຍາກາດເບີກບານມ່ວນຊື່ນ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບປອດໄພ. ໂດຍສະເພາະແມ່ນການປ້ອງກັນສະກັດກັ້ນການເກີດອຸບັດຕິເຫດຕາມທ້ອງຖະໜົນ, ທາງຄະນະຊີ້ນໍາວຽກງານຈະລາຈອນກອງບັນຊາການປ້ອງກັນຄວາມສະຫງົບແຂວງ ຈະສຸມໃສ່ເຂັ້ມງວດສະກັດກັ້ນ ແລະ ປ້ອງກັນການເກີດອຸບັດຕີເຫດ ຕາມທ້ອງຖະໜົນຫລວງ ໂດຍສະເພາະພາຍໃນເທດສະບານເມືອງໄຊ; ເຊິ່ງປັດຈຸບັນ, ເຈົ້າໜ້າທີ່ຕຳຫລວດຈະລາຈອນ ປກສ ແຂວງ ໄດ້ມີຄວາມພ້ອມທາງດ້ານຈໍານວນພົນ ແລະ ພາຫະນະຕ່າງໆ ເພື່ອຮັບໃຊ້ຮັກສາຄວາມສະຫົງບປອດໄພ ໃນທ້ອງຖະໜົນຫລວງ ໂດຍການຈັດວາງເຈົ້າໜ້າທີ່ປະຈຳການຕາມຈຸດກວດກາ ເປັນຕົ້ນຢູ່ທາງ 3 ແຍກ, ທາງ 4 ແຍກ ແລະ ຈຸດຫລໍ່ແຫລມຕ່າງໆ ທີ່ມັກເກີດອຸບັດຕິເຫດ.

ພ້ອມນັ້ນ, ກໍຈະໄດ້ມີມາດຕະການຕໍ່ຜູ້ລະເມີດຢ່າງເຂັ້ມງວດ ໂດຍສະເພາະຜູ້ຂັບຂີ່ລົດໄວ, ໃຊ້ສຽງດັງ, ດື່ມສິ່ງມືນເມົາ, ຫລິ້ນເກີນເວລາກຳນົດ, ໃຊ້ພະຫະນະບໍ່ຖືກຕ້ອງຕາມເຕັກນິກ ແລະ ບໍ່ເຄົາລົບຕໍ່ກົດລະບຽບຈະລາຈອນ; ເຊິ່ງທາງເຈົ້າໜ້າທີ່ຈະປະຕິບັດຕາມຂັ້ນຕອນຂອງລະບຽບກົດໝາຍຢ່າງເຂັ້ມງວດ ໂດຍຈະເລີ່ມຈາກການສຶກສາອົບຮົມ, ຕັກເຕືອນ, ກ້າວໄປເຖິງການປັບໃໝ່ ແລະ ປະຕິບັດຕາມລະບຽບການ.

ໂອກາດນີ້, ທ່ານ ຫົວໜ້າພະແນກຕໍາຫລວດຈະລາຈອນ ປກສ ແຂວງ ຍັງໄດ້ຮຽກຮ້ອງເຖິງພໍ່ແມ່ປະຊາຊົນ ກໍຄືຜູ້ທີ່ໃຊ້ລົດໃຊ້ຖະໜົນ ຈົ່ງພ້ອມກັນປະຕິບັດ ເຄົາລົບກົດລະບຽບການສັນຈອນຢ່າງເຂັ້ມງວດ ແລະ ເນັ້ນໃຫ້ພໍ່ແມ່ຜູ້ປົກຄອງທຸກທ່ານ ຈົ່ງໄດ້ເປັນເຈົ້າການສຶກສາອົບຮົມລູກຫລານຂອງຕົນ ໃຫ້ເຄົາລົບປະຕິບັດລະບຽບກົດຈາລະຈອນຢ່າງເຂັ້ມງວດ ເພື່ອຫລີກລ່ຽງການເກີດອຸບັດຕິເຫດໃນໄລຍະຂອງການສະເຫລີມສະຫລອງບຸນປີໃໝ່.