ເຊລຊີ ຈ້ອງດຶງ ກາບີ ກອງກາງດາວຮຸ່ງບາເຊໂລນາ ຫລັງມີບັນຫາເລື່ອງການຕໍ່ສັນຍາໃຫມ່

ເຊລຊີ ທີມເສດຖີພຣີເມຍລີກ ອັງກິດ ພ້ອມດຶງຕົວ ກາບີ ກອງກາງພອນສະຫວັນຂອງບາເຊໂລນາ ມາຮ່ວມທີມໃນລະດູການນີ້ ຫລັງນັກເຕະໃກ້ຈະໄດ້ຍ້າຍທີມແບບບໍ່ມີຄ່າຕົວ ເນື່ອງຈາກມີບັນຫາເລື່ອງສັນຍາ.
ກາບີ ຫາກໍຕໍ່ສັນຍາສະບັບໃຫມ່ກັບ ບາເຊໂລນາ ອອກໄປຈົນເຖິງປີ 2026 ແຕ່ ລາ ລີກາ ບໍ່ຍອມໃຫ້ດາວເຕະອາຍຸ 18 ປີ ລົງທະບຽນໃນຖານະນັກເຕະທີມຊຸດໃຫຍ່ຂອງບາເຊໂລນາ ເນື່ອງຈາກຕິດບັນຫາດ້ານການເງິນ.
ດ້ວຍເຫດນີ້ ກາບີ ຈຶ່ງຈະສາມາດຍ້າຍສັງກັດແບບບໍ່ມີຄ່າຕົວ ຫາກບັນຫາດັ່ງກ່າວບໍ່ຖືກແກ້ໄຂກ່ອນຈົບລະດູການນີ້ ເຊິ່ງຈະເຮັດໃຫ້ສັນຍາສະບັບໃຫມ່ທີ່ລາວເຊັນເອົາໄວ້ກັບ ບາເຊໂລນາ ຖືກຍົກເລີກໄປ.

