ກົມຕຳຫລວດຈະລາຈອນ ກຽມພ້ອມປ້ອງກັນອຸບັດຕິເຫດ ໃນຊ່ວງບຸນປີໃໝ່ລາວ ພສ 2566 ແລະ ຕັ້ງຈຸອອກກວດກາທາດເຫລົ້າ-ຈັບຄວາມໄວ

ທ່ານ ພັອ ຄຳເຫລັກ ໄຊຍະສິດ ຮອງຫົວໜ້າກົມຕຳຫລວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫລງຂ່າວ ໃນວັນທີ 10 ເມາສາ 2023 ວ່າ: ເພື່ອກຽມຄວາມພ້ອມວຽກງານປ້ອງກັນ, ສະກັດກັ້ນອຸບັດຕິເຫດ ຈະລາຈອນທາງບົກ ໃນຊ່ວງໄລຍະການສະເຫລີມສະຫລອງ ສົ່ງທ້າຍປີເກົ່າ-ຕ້ອນຮັບປີໃໝ່ ພສ 2566 ໃຫ້ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພ ໃນການສັນຈອນໄປມາໃຫ້ມີແຕ່ຄວາມເບີກບານມ່ວນຊື່ນ.

ກົມຕຳຫລວດຈະລາຈອນ ໄດ້ອອກແຈ້ງການ ເລກທີ 028/ກຈຈ ລົງວັນທີ 27 ມີນາ 2023 ໂດຍລະບຸ 15 ຂໍ້ຫ້າມ ເຖິງທຸກຄົນໃນທົ່ວສັງຄົມຜູ້ໃຊ້ລົດ-ໃຊ້ຖະໜົນ ໃນຂອບເຂດທົ່ວປະເທດ ຕ້ອງໃຫ້ຄວາມຮ່ວມມື ແລະ ເປັນເຈົ້າການປະຕິບັດຕາມກົດລະບຽບຈະລາຈອນຢ່າງເຂັ້ມງວດ ເພື່ອຄວາມປອດໄພ ແລະ ຫລຸດຜ່ອນການເກີດອຸບັດຕິເຫດຈະລາຈອນທາງບົກ ແລະ ຍັງໄດ້ອອກຄຳແນະນຳ ເລກທີ 027/ກຈຈ ລົງວັນທີ 27 ມີນາ 2023 ວ່າດ້ວຍການ ເພີ່ມທະວີວຽກງານປ້ອງກັນສະກັດກັ້ນ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍໃນການສັນຈອນ ໃນໄລຍະສະເຫລີມສະຫລອງ ປີໃໝ່ລາວ ພສ 2566 ໄດ້ແຕ່ຕັ້ງຈຸປະຈຳການຄອຍເຫດຂອງກົມຕຳຫລວດຈະລາຈອນ ເພື່ອເກັບກຳສະພາບໃນຂອບເຂດທົ່ວປະເທດ, ແຕ່ງຕັ້ງຈຸອອກກວດກາທາດເຫລົ້າ ແລະ ຈັບຄວາມໄວ ຢູ່ທ້ອງຖິ່ນ ຕາມເສັ້ນທາງ ເລກທີ 13 ເໜືອ ແຕ່ສາມແຍກສີເກີດ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ຫາ ເມືອງໂພນໂຮງ, ແຂວງວຽງຈັນ ແລະ ເສັ້ນທາງ ເລກທີ 13 ໃຕ້, ແຕ່ ເມືອງທ່າພະບາດ, ແຂວງບໍລິຄຳໄຊ ຫາ ເມືອງເຊບັ້ງໄຟ, ແຂວງ ຄຳມ່ວນ.
ນອກນີ້, ຄະນະພັກ-ຄະນະກົມ ຈະລົງຊຸກຍູ້ກຳລັງຕຳຫລວດຈະລາຈອນ ຢູ່ທ້ອງຖິ່ນ ເພື່ອປຸກລະດົມໃຫ້ພະນັກງານ-ນັກຮົບ ເອົາໃຈໃສ່ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ປ້ອງກັນການສະເຫລີມສະຫລອງບຸນປີໃໝ່ລາວປີນີ້ໃຫ້ມີແຕ່ຄວາມເປັນລະບຽບຮຽບຮ້ອຍ, ຜູ້ທີ່ເດີນທາງກໍຂໍໃຫ້ເດີນທາງດ້ວຍຄວາມສະຫວັດດີພາບ ແລະ ປອດໄພ.

