ເທນ ຮາກ ເລັ່ງເຈລະຈາ ຫວັງເຊັນ ຊາບິດເຊີ ຮ່ວມທີມແມນຢູຖາວອນ

ເອຣິກ ເທນ ຮາກ ຜູ້ຈັດການທີມຊາວເນເທີແລນ ຂອງແມນເຊສເຕີ ຢູໄນເຕັດ ສະໂມສອນດັງແຫ່ງພຣີເມຍລີກ ອັງກິດ ພວມພິຈາລະນາທີ່ຈະຄວ້າ ມາເຊລ ຊາບິດເຊີ ກອງກາງທີມຊາດອອສເຕຣຍ ທີ່ຢືມຕົວມາຈາກ ບາເຢິນ ມິວນິກ ມາຮ່ວມທີມເປັນທາງການຖາວອນຫລັງຈົບລະດູການ.
ຊາບິດເຊີ ຍ້າຍຈາກ ບາເຢິນ ມິວນິກ ມາຫລິ້ນກັບ ແມນເຊສເຕີ ຢູໄນເຕັດ ດ້ວຍສັນຍາຢືມຕົວເມື່ອຕະຫລາດນັກເຕະເດືອນມັງກອນທີ່ຜ່ານມາ ຫລັງຈາກແມນຢູ ປະສົບບັນຫາກອງກາງຕົວຫລັກຄື ຄຣິສຕຽນ ອີຣິກເຊນ ໄດ້ຮັບບາດເຈັບ ແລະ ພັກຍາວ 2 ເດືອນ.
ແນວໃດກໍຕາມ ເຖິງຈະເປັນພຽງການຍ້າຍທີມມາສັນຍາຢືມຕົວໄລຍະສັ້ນກໍຕາມ ແຕ່ລາຍງານຫລ້າສຸດລະບຸວ່າ ເທນ ຮາກ ປະທັບໃຈກັບຜົນງານການຫລ້ິນ ແລະ ທັດສະນະຄະຕິຂອງ ຊາບິດເຊີ ແລະ ພ້ອມຈະເຊັນສັນຍາມາຮ່ວມທີມຢ່າງຖາວອນ.
ກອງກາງອາຍຸ 29 ປີ ປັບຕົວເຂົ້າກັບແນວທາງການຫລິ້ນຂອງ ແມນຢູ ໄດ້ຢ່າງດີເດັ່ນ ແລະ ສະແດງໃຫ້ເຫັນວ່າ ສາມາດຮັບມືກັບເກມທີ່ໜັກໜ່ວຍງໃນ ພຣີເມຍລີກ ໄດ້ຢ່າງບໍ່ມີບັນຫາ ໂດຍລາວລົງຫລິ້ນໄປແລ້ວລວມທຸກລາຍການ 12 ເກມ ຍິງໄປ 1 ປະຕູ.
ສຳລັບ ຊາບິດເຊີ ຈະກາຍເປັນນັກເຕະບໍ່ມີສັງກັດໃນລະດູການນີ້ ຫລັງຫມົດສັນຍາກັບ ບາເຢິນ ມິວນິກ ເຊິ່ງເຮັດໃຫ້ ແມນຢູ ສາມາດຄວ້າຕົວນັກເຕະໄປຮ່ວມທີມໄດ້ແບບລ້າໆ.

