ອີຣານຕັ້ງກ້ອງວົງຈອນປິດໃນພື້ນທີ່ສາທາລະນະ ຕິດຕາມເບິ່ງຜູ້ຍິງບໍ່ໃສ່ຮິຢາບ ພົບເຫັນສົ່ງຂໍ້ຄວາມເຕືອນທັນທີ

ຕໍາຫລວດອີຣານປະກາດໃນວັນທີ 8 ເມສາຜ່ານມາວ່າ: ທາງການໄດ້ຕິດຕັ້ງກ້ອງວົງຈອນປິດໃນພື້ນທີ່ສາທາລະນະ ແລະ ເສັ້ນທາງສັນຈອນຫລາຍແຫ່ງ ເພື່ອເບິ່ງຜູ້ຍິງທີ່ບໍ່ໃສ່ຮິຢາບໃຫ້ເໝາະສົມ.
ຖະແຫລງການຂອງຕໍາຫລວດລະບຸວ່າ: ຖ້າກ້ອງສາມາດຈັບພາບໄດ້ວ່າຜູ້ຍິງຄົນໃດບໍ່ໃສ່ຮິຢາບ ເຈົ້າໜ້າທີ່ຈະສົ່ງຂໍ້ຄວາມເຕືອນເຖິງ “ຜົນທີ່ຕາມມາ”. ນອກຈາກນີ້ ຕໍາຫລວດຍັງຮຽກຮ້ອງໃຫ້ບັນດາເຈົ້າຂອງທຸລະກິດກວດສອບລູກຈ້າງຂອງຕົນເອງຢ່າງເຂັ້ມງວດ ເພື່ອໃຫ້ທຸກຄົນປະຕິບັດຕາມບັບທັດຖານຂອງສັງຄົມ ໂດຍອ້າງວ່າເປັນການກະທໍາເພື່ອປ້ອງກັນການຕໍ່ຕ້ານກົດໝາຍການໃສ່ຮິຢາບຂອງປະເທດ ເນື່ອງຈາກຖ້າຜູ້ຍິງບໍ່ໃສ່ຮິຢາບໃຫ້ເໝາະສົມຈະເຮັດໃຫ້ພາບພົດທາງຈິດວິນຍານຂອງອີຣານເສື່ອມເສຍ ແລະ ສ້າງຄວາມບໍ່ໝັ້ນຄົງໃຫ້ປະເທດ.
ພາຍໃຕ້ກົດໝາຍຊາຣີອະຂອງອີຣານ ເຊິ່ງມີການບັງຄັບໃຊ້ຫລັງການປະຕິວັດປີ 1979 ຜູ້ຍິງທຸກຄົນຈະຕ້ອງໃສ່ຮິຢາບຄຸມຫົວ ລວມທັງຕ້ອງແຕ່ງກາຍດ້ວຍເສື້ອຜ້າທີ່ຫລວມ ແລະ ຍາວເພື່ອອໍາພາງຮູບຮ່າງ, ຜູ້ຝ່າຝືນຕ້ອງຜະເຊີນການປະນາມຂອງສັງຄົມ ລວມທັງຖືກປັບໄໝ ແລະ ອາດຖືກຈັບ.
ການເຄື່ອນໄຫວດັ່ງກ່າວມີຂຶ້ນຫລັງຜູ້ຍິງຂອງອີຣານຈໍານວນບໍ່ໜ້ອຍເລີ່ມປະຕິເສດຈະໃສ່ຮິຢາບຄຸມຫົວ ເນື່ອງຈາກປະຊາຊົນຄຽດແຄ້ນຢ່າງໜັກຈາກກໍລະນີການເສຍຊີວິດຂອງນາງ ມາຊາ ອາມິນີ ຍິງສາວຊາວເຄີດ ອາຍຸ 22 ປີ ໂດຍນາງ ອາມິນີ ຖືກຕໍາຫລວດສິນລະທໍາຈັບກຸມເນື່ອງຈາກລະເມີດກົດໝາຍການໃສ່ຮິຢາບຄຸມຫົວຢູ່ພື້ນທີ່ສາທາລະນະໃນເດືອນກັນຍາ 2022 ກ່ອນຈະນໍາໄປສູ່ການເສຍຊີວິດຢ່າງໜ້າສົງໄສ ໂດຍມີລາຍງານບາງແຫ່ງອ້າງວ່າ: ນາງຖືກຕໍາຫລວດທໍາຮ້າຍຮ່າງກາຍກ່ອນຈະເຂົ້າຈັບກຸມ ເຊິ່ງຄັດກັບຖະແຫລງການຂອງຕໍາຫລວດທີ່ລະບຸວ່າ: ນາງເສຍຊີວິດເພາະຫົວໃຈລົ້ມເຫລວກະທັນຫັນ. ຂະນະທີ່ການປະທ້ວງໃນອີຣານເປີດເຜີຍໃຫ້ເຫັນຜູ້ຍິງຫລາຍຄົນອອກມາຈູດຮິຢາບຢູ່ພື້ນທີ່ສາທາລະນະຢ່າງທ້າທາຍ.
ເຖິງຢ່າງໃດກໍຕາມ, ເຖິງວ່າຈະມີຄໍາຂູ່ຈາກທາງການ, ແຕ່ຍັງມີຜູ້ຍິງຈໍານວນຫລາຍບໍ່ໃສ່ຮິຢາບໃນຫ້າງສັບພະສິນຄ້າ, ຮ້ານອາຫານ, ຮ້ານຄ້າ ແລະ ຕາມຖະໜົນທົ່ວປະເທດ. ຂະນະທີ່ຢູ່ໂຊຊຽວມີເດຍມີການໂພສວິດີໂອຜູ້ຍິງບໍ່ໃສ່ຮິຢາບຈໍານວນຫລາຍ ເຊິ່ງຖືເປັນການຕໍ່ຕ້ານຕໍາຫລວດສິນລະທໍາ ເຊິ່ງຈະຕ້ອງຕິດຕາມເບິ່ງກັນຕໍ່ໄປວ່າ: ທາງການອີຣານຈະຕອບໂຕ້ແນວໃດຕໍ່ການກະທໍາຂອງຜູ້ຍິງໃນລັກສະນະນີ້.
ອ້າງອີງ:

