ຊາອຸດິອາຣະບີໃຫ້ປາກິດສະຖານກູ້ 240 ລ້ານໂດລາ ເພື່ອສ້າງເຂື່ອນໃໝ່

ຊາອຸດິອາຣະບີຈະໃຫ້ເງິນກູ້ 240 ລ້ານໂດລາສະຫະລັດ ເພື່ອຮ່ວມສົມທົບທຶນໃນໂຄງການເຂື່ອນຂອງປາກິດສະຖານ ເຊິ່ງເປັນໂຮງໄຟຟ້າພະລັງນໍ້າແຫ່ງສໍາຄັນທີ່ຢູ່ລະຫວ່າງການກໍ່ສ້າງ ໃນພື້ນທີ່ທາງຕາເວັນຕົກສຽງເໜືອຂອງປະເທດ.
ວັນທີ 9 ເມສາ, ສໍານັກຂ່າວຣອຍເຕີລາຍງານວ່າ: ກະຊວງກິດຈະການເສດຖະກິດປາກິດສະຖານກ່າວໃນຖະແຫລງການວ່າ: ໂຄງການດັ່ງກ່າວຈະສະໜັບສະໜູນຄວາມໝັ້ນຄົງດ້ານພະລັງງານຂອງປາກິດສະຖານ, ເພີ່ມນໍ້າປະປາທີ່ຍືນຍົງສໍາລັບຂະແໜງກະສິກໍາ ແລະ ການບໍລິໂພກຂອງມະນຸດ ລວມທັງປັບປຸງຄວາມສາມາດໃນການຟື້ນຕົວຈາກອຸທົກກະໄພ.
ສໍາລັບປາກິດສະຖານ ເງິນທຶນດັ່ງກ່າວຈະຊ່ວຍເພີ່ມທຶນສໍາຮອງຕ່າງປະເທດທີ່ຕໍ່າ ເນື່ອງຈາກປະເທດຜະເຊີນວິກິດດຸນການຊໍາລະເງິນຢ່າງກະທັນຫັນ. ນອກຈາກນີ້ ເງິນທຶນຍັງຊ່ວຍຕອບສະໜອງຕໍ່ຄວາມຕ້ອງການດ້ານພະລັງງານຂອງປາກິດສະຖານນໍາອີກ.
ກະຊວງກິດຈະການເສດຖະກິດປາກິດສະຖານ ກ່າວອີກວ່າ: ໂຄງການດັ່ງກ່າວ ເຊິ່ງໄດ້ຮັບການຮ່ວມລະດົມທຶນຈາກກອງທຶນເພື່ອການພັດທະນາຂອງຊາອຸດິອາຣະບີ (SFD), ອົງການກຸ່ມປະເທດຜູ້ສົ່ງນໍ້າມັນອອກ (ໂອເປັກ), ທະນາຄານພັດທະນາອິດສະລາມ (IDB) ແລະ ກອງທຶນກູເວດເພື່ອການພັດທະນາເສດຖະກິດອາຣັບ (KFAED) ຈະໃຊ້ແຫລ່ງພະລັງງານໝູນວຽນໃນການສ້າງກໍາລັງການຜະລິດກະແສໄຟຟ້າ 800 ເມກາວັດ.
ນອກຈາກນີ້, ຂໍ້ຕົກລົງຍັງລະບຸວ່າ: ການກັກເກັບນໍ້າຈະສະໜັບສະໜູນການປະຕິບັດທາງກະສິກໍາແບບຍືນຍົງ ເພື່ອໃຫ້ມີການຊົນລະປະທານໃນເນື້ອທີ່ດິນ 6.773 ເຮັກຕາ ແລະ ເພີ່ມເນື້ອທີ່ປູກຝັງທັງໝົດຈາກ 1.517 ເຮັກຕາ ເປັນ 9.227 ເຮັກຕາ ໃນພາກພື້ນຕາເວັນຕົກສຽງເໜືອຂອງປາກິດສະຖານ.
ປາກິດສະຖານມີການປະສົມປະສານກໍາລັງການຜະລິດໄຟຟ້າຈາກພະລັງງານຄວາມຮ້ອນ ແລະ ພະລັງນໍ້າ ເຊິ່ງໃນທາງທິດສະດີຖືວ່າ “ພຽງພໍ”, ແຕ່ໃນຄວາມເປັນຈິງພັດຂາດເຂີນເງິນທຶນ ສໍາລັບໃຊ້ກໍາລັງການຜະລິດເຫລົ່ານີ້ຢ່າງເຕັມສ່ວນ ສົ່ງຜົນໃຫ້ເກີດບັນຫາໄຟຟ້າມອດຫລາຍຊົ່ວໂມງ ໂດຍສະເພາະເມື່ອຄວາມຕ້ອງການໄຟຟ້າສູງຂຶ້ນໃນຊ່ວງລະດູຮ້ອນ.

