ພະແນກອຸດສະຫະກໍາ​ ແລະ​ ການຄ້າ ແຂວງອັດຕະປື ເຂັ້ມງວດຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໄລຍະບຸນປີໃໝ່ລາວ 2023

ແຫລ່ງຂ່າວແຂວງອັດຕະປື ລາຍງານວ່າ: ໄລຍະບຸນປີໃໝ່ລາວ 2023 ນີ້ ພະແນກອຸດສະຫະກໍາ ແລະ ການຄ້າ ແຂວງອັດຕະປື​ ຈະເພີ່ມທະວີເຂັ້ມງວດໃນການຄຸ້ມຄອງລາຄາສິນຄ້າຢູ່ທ້ອງຕະຫລາດ ເພື່ອປົກປ້ອງສິດ​ ແລະ ຜົນປະໂຫຍດອັນຊອບທຳຂອງຜູ້ຊົມໃຊ້ ພ້ອມທັງຫລີກເວັ້ນການສວຍໂອກາດຂຶ້ນລາຄາສິນຄ້າ ຕາມລຳພັງໃຈຂອງຜູ້ປະກອບການໃນໄລຍະການສະເຫລີມສະຫລອງບຸນປີໃໝ່ລາວ, ໂດຍການວາງລະບຽບການ, ມາດຕະການໃນການຄວບຄຸມລາຄາສິນຄ້າຢູ່ຕາມທ້ອງຕະຫລາດໃຫ້ເປັນເອກະພາບກັນໃນທົ່ວແຂວງ.

ທ່ານ ເພັດສະຫມອນ ແກ້ວພິມພອນ ຮອງຫົວໜ້າຂະແໜງ ການຄ້າພາຍໃນ, ຜູ້ຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ພະແນກອຸດສາຫະກຳແລະການຄ້າແຂວງ ​ ໃຫ້ສຳພາດວັນທີ 7 ເມສາ 2023 ວ່າ: ໃນໄລຍະບຸນປີໃໝ່ລາວ ປີ ພສ 2566 ນີ້ທາງພະແນກອຸດສາຫະກຳ ແລະ ການຄ້າແຂວງອັດຕະປື ໄດ້ເອົາໃຈໃສ່ຕິດຕາມ, ຄວບຄຸມລາຄາສິນຄ້າຕາມທ້ອງຕະຫລາດພາຍໃນແຂວງ ເພື່ອປ້ອງກັນການສວຍໂອກາດຂຶ້ນລາຄາສິນຄ້າຂອງບັນດາຜູ້ປະກອບການຄ້າຂາຍ, ໂດຍໃນເບື້ອງຕົ້ນນັ້ນ ແມ່ນຈະໄດ້ເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າປະເພດສະບຽງອາຫານ ເຊັ່ນ: ຊີ້ນໝູ, ຊີ້ນງົວ, ຊີ້ນຄວາຍ, ໄກ່, ປາ ແລະ ປະເພດພືດຜັກຕ່າງໆ ລວມທັງສິນຄ້າອຸປະໂພກ- ບໍລິໂພກ ແລະ ສິນຄ້າທົ່ວໄປ ທີ່ມີຜົນກະທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ມີຄວາມສະຫງົບ ແລະ ສາມາດສະໜອງພຽງພໍກັບຄວາມຕ້ອງການຂອງສັງຄົມ, ພ້ອມທັງຕິດຕາມ, ກວດກາລາຄາສິນຄ້າ ແລະ ຄ່າບໍລິການ ໃຫ້ເປັນປົກກະຕິບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ ຕາມລຳພັງໃຈ. ຖ້າຫາກວ່າພາກສ່ວນໃດ ຂຶ້ນລາຄາເກີນຕາມກຳນົດໄວ້ ຄັ້ງທຳອິດຈະໄດ້ມີການຕັກເຕືອນ ສຶກສາອົບຮົມ ເຮັດບົດບັນທຶກ, ສ່ວນຄັ້ງຕໍ່ໄປຈະໄດ້ມີການປັບໄໝຕາມລະບຽບການ ຖ້າກໍລະນີຮ້າຍແຮງ ຂຶ້ນລາຄາເກີນຂອບເຂດຈະໄດ້ຖອນໃບອະນຸຍາດຕາມລະບຽບກົດໝາຍ.