ແມນຢູ ພ້ອມປ່ອຍ ແມັກໂທມີເນ 50 ລ້ານປອນ ຫລັງ ນິວຄາສເຊິລ ສົນໃຈດຶງຮ່ວມທີມ

ແມນເຊສເຕີ ຢູໄນເຕັດ ທີມໃຫຍ່ແຫ່ງພຣີເມຍລີກ ອັງກິດ ຈັດການຕັ້ງຄ່າຕົວຂອງ ສະກັອດ ແມັກໂທມີເນ ກອງກາງພັນດຸ ເອົາໄວ້ສູງເຖິງ 50 ລ້ານປອນ ຫລັງມີຂ່າວວ່າ ນິວຄາສເຊິລ ຢູໄນເຕັດ ສະໂມສອນຄູ່ແຂ່ງຮ່ວມລີກ ກຽມຈະຄວ້າຕົວໄປຮ່ວມທີມໃນລະດູການນີ້.

ແມັກໂທມີເນ ຍັງເຫລືອສັນຍາກັບ ແມນເຊສເຕີ ຢູໄນເຕັດ ອີກ 2 ປີ ພ້ອມຕົວເລືອກຕໍ່ເພີ່ມອີກ 1 ປີ ແຕ່ມີຂ່າວວ່າ ເປັນຫນຶ່ງໃນນັກເຕະທີ່ອາດຈະຖືກແມນຢູປ່ອຍອອກໃນລະດູການນີ້ ໂດຍມີ ນິວຄາສເຊິລ ຢູໄນເຕັດ ທີ່ພ້ອມຮັບໄປເບິ່ງແຍງຕໍ່.

ແນວໃດກໍຕາມຫລ້າສຸດ The Sun ສື່ໃນອັງກິດລາຍງານວ່າ : ແມນຢູ ພິຈາລະນາວ່າ ແມັກໂທມີເນ ຍັງເປັນນັກເຕະທີ່ສາມາດສ້າງປະໂຫຍດໃຫ້ກັບທີມໄດ້ ແລະ ພ້ອມຈະເກັບເອົາໄວ້ໃຊ້ງານຕໍ່ໄປໃນລະດູການໜ້າ ຍົກເວັ້ນພຽງຈະມີສະໂມສອນໃດທີ່ພ້ອມສູ້ຄ່າຕົວລະດັບ 50 ລ້ານປອນຂຶ້ນໄປເທົ່ານັ້ນ.