ຣຽວ ມາດຣິດ ພ້ອມຕໍ່ສັນຍາ 3 ນັກເຕະປະສົບການຫລາຍຢູ່ກັບທີມຕໍ່ໄປ

 

 

ຄາໂລ ອັນເຊລັອດຕິ ຜູ້ຈັດການທີມ ຣຽວ ມາດຣິດ ກ່າວຢືນຢັນວ່າສາມນັກເຕະປະສົບການຫລາຍຂອງທີມຈະຍັງຄົງຢູ່ຕໍ່ໄປໃນລະດູການໜ້າ.

ຄາໂລ ອັນເຊລັອດຕິ ຜູ້ຈັດການທີມ ຣຽວ ມາດຣິດ ກ່າວຢືນຢັນວ່າສາມນັກເຕະປະສົບການຫລາຍຂອງທີມຈະຍັງຄົງຢູ່ກັບທີມໄປໃນລະດູການໜ້າ.

ຄາຣິມ ເບນເຊມາ, ລູກາ ໂມດຣິດ,ໂທນີ ໂຄຣສ ສາມດາວດັງຕົວຫລັກຂອງທີມກຳລັງຈະຫມົດສັນຍາກັບທີມ ພ້ອມກັນໃນລະດູກາ

 

ນນີ້ ແລະ ຣຽວ ມາດຣິດ ຕ້ອງການທີ່ຈະໃຫມ່ກັບພວກເຂົາທັງຫມົດ.

“ ເຮົາພວມຢູ່ໃນຂັ້ນຕອນການເຈລະຈາ ນັ້ນຄືສິ່ງທີ່ພວມເຮັດ ພວກເຂົາເອງກໍພວມຊອກຫາທາງເລືອກຂອງພວກເຂົາ ຢ່າງທີ່ບອກເຮົາຢູ່ໃນຂັ້ນຕອນການເຈລະຈາ ”.

ເບນເຊມາ, ໂຄຣສ ແລະ ໂມດຣິດ ຖືເປັນຕົວຫລັກຂອງທີມມາໂດຍຕະຫລອດ ນັບຕັ້ງແຕ່ຍ້າຍມາຮ່ວມທີມກັບ ຣຽວ ມາດຣິດ ໂດຍສອງຄົນທຳອິດຄວ້າ ຢູຟາ ແຊ໊ມປຽນ ລີກ ໄດ້ທັງຫມົດ 5 ຄັ້ງ ສ່ວນ ໂຄຣສ ຄວ້າມາແລ້ວທັງຫມົດ 4 ຄັ້ງ.