ແວັງຊັອງ ຄອມປານີ ພາ ເບີນລີ່ ເລື່ອນຊັ້ນຂຶ້ນສູ່ ພຣີເມຍລີກ ລະດູການໜ້າ

ໃນທີ່ສຸດ ເບີນລີ່ ກໍ່ໄດ້ຮັບການເລື່ອນຊັ້ນກັບຄືນສູ່ ພຣີເມຍລີກອັງກິດ ອີກຄັ້ງເມື່ອພວກເຂົາເຮັດໄດ້ດີ ແລະ ຊະນະ ມິດເດິມສະໂບຣ 2-1 ໃນການແຂ່ງຂັນ ເດີະ ແຊ້ມປຽນຊິບ ໃນຄືນວັນທີ 7 ເມສາຜ່ານມານີ້.

ເດີະ ແຊ້ມປຽນຊິບ ໃນລະດູການນີ້ກຳລັງຈະສິ້ນສຸດລົງໃນອີກສອງສາມຂ້າງໜ້າ, ໃນຂະນະທີ່ ເບີນລີ່ ລົງສະໜາມຄັ້ງຫລ້າສຸດຂອງພວກເຂົາບຸກຢາມ ມິດເດິມສະໂບຣ ແລະ ຄວ້າ 3 ຄະແນນທີ່ມີຄຸນຄ່າທີ່ສຸດໄດ້ສຳເລັດ.

ຜົນງານຫລ້າສຸດທີ່ຜ່ານມາເຮັດໃຫ້ ເບີນລີ່ ເກັບເພີ່ມເປັນ 87 ຄະແນນ ແລະ ນັ້ນກໍ່ພຽງພໍທີ່ຈະເຮັດໃຫ້ພວກເຂົາກັບຄືນສູ່ລີກສູງສຸດອີກຄັ້ງໃຍຊ່ວງ 7 ເກມທີ່ເຫລືອ ແລະ ເປັນການເລື່ອນຊັ້ນທີ່ໄວທີ່ສຸດໃນປະຫວັດສາດສະໂມສອນ ໂດຍບໍ່ຕັ້ງລຸ້ນຈົນຕອນທ້າຍຂອງລະດູການ.