ພາຍໃນເດືອນມີນາ ທົ່ວປະເທດມີຄົນເສຍຊີວິດເຖິງ 95 ຄົນ ໄດ້ຮັບບາດເຈັບ 974 ຄົນ

ວັນທີ 7 ເມສາ 2023 ນີ້ ທ່ານ ພັນຕີ ຈັນທະວີ ເພັດລາສີ ພະແນກໂຄສະນາກົມຕຳຫລວດຈະລາຈອນໄດ້ສະຫລຸບອຸບັດເຫດທົ່ວປະເທດ ປະຈຳເດືອນມີນາ ຮູ້ວ່າ: ອຸບັດເຫດເກີດຂຶ້ນ ທັງໝົດ 617 ຄັ້ງ, ຫລຸດລົງ 10 ຄັ້ງ, ພາຫະນະເປ່ເພ 1087 ຄັນ ເພີ່ມຂຶ້ນ 11 ຄັນ, ຄົນໄດ້ຮັບບາດເຈັບ 974 ຄົນ ຫລຸດລົງ 23 ຄົນ, ມີຜູ້ເສຍຊີວິດ 95 ຄົນ ເພີ່ມຂຶ້ນ 6 ຄົນ ທຽບໃສ່ເດືອນ ກຸມພາ 2023.

ສາເຫດ ຂອງການເກີດອຸບັດເຫດ ຫລາຍທີ່ສຸດແມ່ນໃຊ້ການດື່ມສິ່ງມຶນເມົາ: 135 ຄັ້ງ , ປ່ຽນທິດທາງເດີນ 108 ຄັ້ງ, ບໍ່ປ່ອຍສິດ 104 ຄັ້ງ, ຄວາມໄວເກີນ 100 ຄັ້ງ, ຊີງຂຶ້ນໜ້າບໍ່ຮັບປະກັນ 55 ຄັ້ງ, ລ່ວງປ້າຍຫ້າມ 19 ຄັ້ງ, ເຕັກນິກບໍ່ຮັບປະກັນ 15 ຄັ້ງ ແລະ ອື່ນໆອີກ 83 ຄັ້ງ, ເວລາທີ່ເກີດອຸບັດເຫດ 17:00-24:00 ເກີດຂຶ້ນເຖິງ 446 ຄັ້ງ, ວັນທີ່ເກີດອຸບັດເຫດ ຫລາຍກ່ອນໝູ່ ແມ່ນ ວັນເສົາ, ວັນສຸກ ແລະ ວັນອາທິດ ຕາມລໍາດັບ. ສ່ວນອາຍຸ ທີ່ມັກເກີດອຸບັດຕິເຫດແມ່ນ 16-30 ປີ ມີເຖິງ 993 ຄັ້ງ.