ຜົນງານດີ! ແມນຢູ ສົນໃຈ ຊື້ຂາດ ຊາບິດເຊີ

ຜີສາດແດງໃຫ້ຄວາມສົນໃຈທີ່ຈະຊື້ຂາດກັບກອງກາງຊາວອອສເຕຣຍຂອງ ບາເຢີນ ມີວນິກ. ຫລັງຈາກເຮັດຜົນໄດ້ຫນ້າປະທັບໃຈ ເອຣິກ ເທນຮາກ.

90min ສື່ກິລາທີ່ມີຊື່ສຽງຂອງຕ່າງປະເທດລາຍງານວ່າ ແມນເຊັສເຕີ ຢູໄນເຕັດ ທີມດັງຂອງ ພຣີເມຍລີກ ສົນໃຈທີ່ຈະເຊັນສັນຍາ ມາເຊລ ຊາບິດເຊີ ກອງກາງໂຕຢືມຂອງ ບາເຢີນ ມີວນິກ ມາຮ່ວມທີມແບບຖາວອນ.

ກອງກາງອາຍຸ 29 ປີ ຍ້າຍຈາກເສືອໃຕ້ເຂົ້າຮ່ວມກັບຜີສາດແດງ ດ້ວຍສັນຍາຢືມໂຕໃນເດືອນມັງກອນ ແລະ ລົງຫລິ້ນໄປແລ້ວ 11 ນັດລວມທຸກລາຍການ ເຊິ່ງເຮັດຜົນງານໄດ້ຂ້ອນຂ້າງເປັນທີ່ພໍໃຈ.

ມີລາຍງານວ່າ ເອຣິກ ເທນຮາກ ຜູ້ຈັດການ ແມນເຊັສເຕີ ຢູໄນເຕັດ ຕ້ອງໄດ້ໂຕ ມາເຊລ ຊາບິດເຊີ ມາຮ່ວມທີມແບບຖາວອນໃນລະດູການຫນ້າ. ໂດຍລາຄາຄາດວ່າຈະຢູ່ທີ່ປະມານ 16 ລ້ານເອີໂຣ.