ອີຣິກເຊັນ ກັບມາຊ້ອມ ກັບທີມແລ້ວຫລັງ ເຊົາເຈັບຂໍ້ຕີນ ມີລຸ້ນພົບ ເອຟເວີຕັນ ເສົານີ້

ກອງກາງຂອງ ແມນເຊັສເຕີ ຢູໄນເຕັດ ກັບມາຝຶກຊ້ອມກັບທີມຊຸດໃຫຍ່ຂອງສະໂມສອນເປັນຄັ້ງທຳອິດເມື່ອວັນພະຫັດທີ 6 ເມສານີ້ ພາຍຫລັງຈາກທີ່ຫາຍດີຈາກການບາດເຈັບຢ່າງສົມບູນ ແລະ ອາດຈະໄດ້ລົງຫລິ້ນໃນເກມ ພຣີເມຍລີກ ນັກເປີດບ້ານຕ້ອນຮັບ ເອຟເວີຕັນ ໃນວັນເສົານີ້.
ອີຣິກເຊັນ ກອງກາງທີມຊາດເດນມາກ ປະສົບບັນຫາທີ່ຂໍ້ຕີນໃນເດືອນມັງກອນ ທີ່ເຮັດໃຫ້ລາວຕ້ອງໃສ່ເກີບປ້ອງກັນ ແລະ ໃຊ້ໄມ້ຄ້ຳ, ທັງນັ້ນ ອະດີດນັກເຕະຂອງ ເບຣນຟອດ ໄດ້ອັບເດດຮຽກຄວາມຟິດຂອງລາວເປັນໄລຍະໆ ດັ່ງນັ້ນມີແນວໂນ້ມວ່າລາວຈະກັບມາສະໜາມໄວກວ່າທີ່ຄາດໄວ້. ຈົນຫລ້າສຸດ ເມື່ອວັນພະຫັດທີ 6 ເມສາ ທີ່ຜ່ານມາ ກອງກາງຂອງໂຕສຳຄັນ ສາມາດກັບມາຝຶກຊ້ອມໃຫ້ກັບທີມໄດ້ເປັນຄັ້ງທຳອິດ ກ່ອນທີ່ ຜີສາດແດງ ຈະເປີດບ້ານຕ້ອນຮັບ ເອຟເວີຕັນ ໃນເກມລີກເສົານີ້.

