“ເພັດນ້ຳຂອງ” ຊະນະນັອກ “ກົບເພັດ ປກຊ” ຄວ້າສາຍແອວແຊ໋ມ ມວຍຕ້ອນຮັບວັນສ້າງຕັ້ງກຳລັງ ປກສ ຄົບຮອບ 62 ປີ

ເພັດນ້ຳຂອງ ມຸງຄຸນເພັດ ສະແດງແມ່ໄມ້ມວຍລາວຍັງບໍ່ທັນຄົບເຄື່ອງເທື່ອ ກ່ອນເອົາຊະນະນັອກ ກົບເພັດ ປກຊ ໄປໄດ້ພາຍໃນຍົກທຳອິດ ຄວ້າສາຍແອວແຊ໋ມ ພ້ອມເງິນລາງວັນ 15 ລ້ານກີບ ແລະ ລົດຈັກໄຟຟ້າ ຈາກບໍລິສັດ ອິນດາຣາ ອີເລັກຕິກ ມໍເຕີ ໄປຄອງ ໃນການແຂ່ງຂັນມວຍ ເພື່ອຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 62 ປີ (5 ເມສາ 1961-5 ເມສາ 2023).
ການແຂ່ງຂັນມວຍຮອບ ຮຸ່ນນ້ຳໜັກ 56 ກິໂລກຣາມ ເພື່ອຂ່ຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 62 ປີ ໄດ້ມີຂຶ້ນໃນຕອນແລງວັນທີ 1 ເມສາ 2023 ທີ່ເວທີມວຍຊົ່ວຄາວ ກົມໂຄສະນາ ກະຊວງປ້ອງກັນຄວາມສະຫງົບ ຫຼື ປກສ (ສະໜາມມ້າ). ຊຶ່ງການແຂ່ງຂັນມວຍຮອບ ຮຸ່ນນ້ຳໜັກ 56 ກິໂລກຣາມ ມີນັກກິລາເຂົ້າຮ່ວມທັງໝົດ 4 ຄົນ ປະກອບມີ: ເກົ້້າແສນ ຂວັນໃຈສີໂຄດ, ເພັດພັນແທ້ ສິດປາໜຸ່ມ, ກົບເພັດ ປກຊ ແລະ ເພັດນ້ຳຂອງ ມຸງຄຸນເພັດ. ກ່ອນການແຂ່ງຂັນມີການຈັບສະຫຼາກປະກົບຄູ່ມວຍ ຜົນປະກົດວ່າ ເພັດພັນແທ້ ສິດປາໜຸ່ມ ພົບກັບ ເພັດນ້ຳຂອງ ມຸງຄຸນເພັດ ແລະ ເກົ້າແສນ ຂວັນໃຈສີໂຄດ ພົບ ກົບເພັດ ປກຊ. ຊຶ່ງກົດກະຕິກາການແຂ່ງຂັນແຂ່ງຂັນ 3 ຍົກ ຍົກລະ 3 ນາທີ ພັກ 2 ນາທີ ແລະ ຄູ່ທີ 1 ມວຍຮອບ ເພັດນ້ຳຂອງ ເອົາຊະນະນັອກ ຍົກ 1 ເພັດພັນແທ້ ເຮັດໃຫ້ ເພັດນ້ຳຂອງ ເຂົ້້າໄປຖ້າຊີງແຊ໋ມ ສ່ວນ ຄູ່ 2 ກົບເພັດ ເອົາຊະນະ ເກົ້າແສນ ຂວັນໃຈສີໂຄດ ເຮັດໃຫ້ຄູ່ຊີງສາຍແອວແຊ໋ມ ເປັນການພົບກັນລະຫວ່າງ ເພັດນ້ຳຂອງ ມຸງຄຸນເພັດ ແລະ ກົບເພັດ ປກຊ. ຜ່ານການແຂ່ງຂັນຜົນປະກົດວ່າ ເປັນເພັດນຳ້ຂອງ ເອົາຊະນະນັອກ ກົບເພັດ ປກຊ ໄປໄດ້ໃນຍົກທີ 1 ຄວ້າສາຍແອວແຊ໋ມໃນລາຍການນນີ້ໄປຄອງ ພ້ອມຮັບເງິນລາງວັນ 15 ລ້ານກີບ ແລະ ລົດຈັກໄຟຟ້າ ຈາກບໍລິສັດ ອິນດາຣາ ອີເລັກຕິກ ມໍເຕີ. ສ່ວນ ຮອງແຊ໋ມ ກົບເພັດ ປກຊ ໄດ້ຮັບເງິນລາງວັນ 10 ລ້ານກີບ. ຂະນະທີ່ ຄູ່ຊີງທີ 3 ເພັດພັນແທ້ ເອົາຊະນະນັອກ ເກົ້າແສນ ຄວ້າອັນດັບທີ 3 ໄປຄອງ ພ້ອມເງິນລາງວັນ 5 ລ້ານກີບ ແລະ ອັນດັບທີ 4 ເກົ້າແສນ ຂວັນໃຈສີໂຄດ ໄດ້ຮັບເງິນລາງວັນ 2 ລ້ານກີບ.
ສ່ວນຜົນການແຂ່ງຂັນມວຍປະກອບລາຍການອື່ນໆ ມວຍຄິກບັອກຊິ້ງ ກຽມຄວາມພ້ອມກ່ອນລຸຍງານກິລາຊີເກມ ນ້ອງໂອ ປກຊ ຊະນະ ເພັດດຳ ມຸງຄຸນເພັດ, ມວຍຍິງ ມະນີໂຄດ ມຸງຄຸນເພັດ ຊະນະຄະແນນ ອາລິສາ ສູນຝືກມວຍວູຊູແຫ່ງຊາດ, ເຈມສັກ ປະກາຍທອງຢີມ ຊະນະນັອກ ຍົກ 3 ສິດທະຈັກ ຊາຟາຢີມ ແລະ ນ້ຳອ້ອຍ ຂຸນວັງຫຼວງ ຊະນະຄະແນນ ແຫຼມຄົມ ປະກາຍທອງ.