ຣອັລ ມາດຣິດ ບຸກຊະນະ ບາເຊໂລນາ 4-0 ໂຄປາ ເດລ ເຣ 2022/23 ຮອບຮອງຊະນະເລີດ ນັດສອງ

ການແຂ່ງຂັນ ໂຄປາ ເດລ ເຣ 2022/23 ຮອບຮອງຊະນະເລີດ ນັດທີ 2 ບາເຊໂລນາ ເປີດບ້ານຕ້ອນຮັບ ຣອັລ ມາດຣິດ, ໂດຍເຈົ້າບ້ານກຳຄວາມໄດ້ປຽບ. ຫລັງເອົາຊະນະເກມນັດທໍາອິດໄປໄດ້ 1-0.

ທັງ​ສອງ​ທີມ​​ແລກ​ກັນ​ບຸກຢ່າງ​ດຸ​ເດືອດ. ຈົນມາເຖິງໃນຊ່ວງຕໍ່ເວລາບາດເຈັບຂອງເຄິ່ງທໍາອິດ “ລາຊາຊຸດຂາວ” ມາໄດ້ປະຕູຂຶ້ນນຳຈາກການສວນກັບ ຄາຣິມ ເບນເຊມາ ຈ່າຍເຂົ້າກາງໃຫ້ ວີນິຊູສ ຈູເນຍ ຍິງເປັນປະຕູຂຶ້ນນຳ 1-0.

ເຄິ່ງຫລັງ ເຣອັລ ມາດຣິດ ມາໄດ້ປະຕູ 2-0 ໃນນາທີ 50 ລູກ້າ ໂມດຣິດ ພາບານເຂົ້າກາງ ກ່ອນຈະສົ່ງໃຫ້ ຄາຣິມ ເບນເຊມາ ຍິງເຕັມຂໍ້ຜ່ານມື ອັນເດຣ ແທເຕເກັນ ເຂົ້າໄປ, ເຮັດໃຫ້ສະຖານະການໃນຕອນນີ້ເປັນທາງ ເຣອັລ ມາດຣິດ ທີ່ຈະຜ່ານເຂົ້າຮອບ. ສໍາ ຖ້າຜົນການແຂ່ງຂັນຈົບລົງດ້ວຍຄະແນນນີ້.

ຈາກນັ້ນ, ໃນນາທີ 58 “ລາຊາຊຸດຂາວ” ມາໄດ້ຈຸດໂທດ ແລະ ເປັນ ຄາຣິມ ເບນເຊມາ ທີ່ຍິງຈຸດໂທດນີ້ສົ່ງໃຫ້ ເຣອັລ ມາດຣິດ ໜີຫ່າງ ບາເຊໂລນາ 3-0 ແລະ ນາທີໆ 81 ເບນເຊມາ ກໍ່ສາມາດຍິງໄດ້ແຮດທຣິກໄດ້ໃນ​ເກມ​ນີ້​ສໍາ​ເລັດ​.

ຈົບເກມ ຣີລ ມາດຣິດ ເອົາຊະນະ ບາເຊໂລນາ 4-0 ຜ່ານເຂົ້າຮອບຊິງຊະນະເລີດ ໂຄປາ ເດລ ເຣ 2022/23, ເຊິ່ງພວກເຂົາພົບກັບ ໂອຊາຊູນາ ໃນວັນທີ 6 ພຶດສະພານີ້.