ແມນຢູ ພ້ອມປ່ອຍ ຟານ ເດິ ເບັກ ຫລັງ ອາແຈັກ ສົນໃຈດຶງຄືນຖິ່ນ

Football Insider ສື່ບານເຕະຊື່ດັງ ລາຍງານຂ່າວວ່າ ອາແຈັກ ອຳເຕີດຳ ສະໂມສອນເກັ່ງແຫ່ງລີກສູງສຸດ ເນເທີແລນ ໃຫ້ຄວາມສົນໃຈທີ່ຈະຄວ້າ ດອນນີ ຟານ ເດິ ເບັກ ກອງກາງຂອງ ແມນເຊສເຕີ ຢູໄນເຕັດ ກັບໄປຮ່ວມທີມອີກເທື່ອຫນຶ່ງໃນໄລຍະລະດູການນີ້.

ສຳລັບ ຟານ ເດິ ເບັກ ອາຍຸ 25 ປີ ຍ້າຍມາຈາກ ອາແຈັກ ອຳເຕີດຳ ມາຢູ່ກັບ ແມນເຊສເຕີ ຢູໄນເຕັດ ເມື່ອປີ 2020 ດ້ວຍຄ່າ່ຕົວ 40 ລ້ານປອນ ລົງຫລິ້ນໄປແລ້ວ 60 ນັດລວມທຸກລາຍການ ແຕ່ຍິງໄປພຽງ 2 ປະຕູ ກັບອີກ 2 ແອສຊິສ ສ່ວນລະດູການນີ້ ຫາກໍລົງຫລິ້ນໄປພຽງ 10 ນັດ ກ່ອນຈະມີອາການບາດເຈັບຫນັກ ຕັ້ງແຕ່ເດືອນມັງກອນ ຕ້ອງປິດສາກລະດູການນີ້ໄປເປັນທີ່ຮຽບຮ້ອຍ.

ລາຍງານຫລ້າສຸດລະບຸວ່າ ອາແຈັກ ອຳເຕີດຳ ຕ້ອງການທີ່ຈະດຶງ ຟານ ເດິ ເບັກ ກັບໄປຮ່ວມທີມອີກເທື່ອຫນຶ່ງ ເຊິ່ງ ແມນຢູ ກໍມີແຜນທີ່ຈະປ່ອຍນັກເຕະສ່ວນເກີນບາງຄົນອອກຈາກທີມຢູ່ແລ້ວ ແລະ ໄດ້ຕັ້ງຄ່າຕົວຂອງ ຟານ ເດິ ເບັກ ເອົາໄວ້ທີ່ 25 ລ້ານປອນ.