ອັງກິດສັ່ງປັບໄໝ TikTok 12,7 ລ້ານປອນ ຂໍ້ຫາລະເມີດຂໍ້ມູນສ່ວນຕົວຜູ້ໃຊ້

ທາງການອັງກິດ ອອກຖະແຫລງການສັ່ງປັບໄໝຜູ້ໃຫ້ບໍລິການແອັບດັງເປັນເງິນ 12,7 ລ້ານປອນ ມີສາເຫດຈາກການເຮັດຜິດກົດໝາຍຄຸ້ມຄອງຂໍ້ມູນສ່ວນບຸກຄົນຂອງຜູ້ໃຊ້ ໂດຍສະເພາະຂໍ້ມູນຂອງເຍົາວະຊົນ.
ວັນທີ 4 ເມສາ, ສໍານັກງານເບິ່ງແຍງຂໍ້ມູນຂອງອັງກິດ (Information Commissioner’s Office) ຫລື ICO ອອກຖະແຫລງການເລື່ອງການສັ່ງປັບໄໝຜູ້ໃຫ້ບໍລິການແອັບ TikTok ຈໍານວນ 12,7 ລ້ານປອນ ເນື່ອງຈາກພົບວ່າ: TikTok ລະເມີດກົດໝາຍຄຸ້ມຄອງຂໍ້ມູນສ່ວນບຸກຄົນຂອງຜູ້ໃຊ້ ເຊິ່ງລວມທັງການນໍາເອົາຂໍ້ມູນຂອງເຍົາວະຊົນທີ່ມີອາຍຸຕໍ່າກວ່າ 13 ປີ ໄປໃຊ້ປະໂຫຍດ ໂດຍບໍ່ໄດ້ຮັບອະນຸຍາດຈາກຜູ້ປົກຄອງ.
ສໍານັກງານ ICO ປະເມີນວ່າ: TikTok ຍິນຍອມໃຫ້ເດັກທີ່ອາຍຸບໍ່ເຖິງ 13 ປີໃນອັງກິດປະມານ 1,4 ລ້ານຄົນ ນໍາໃຊ້ແອັບຂອງຕົນໃນໄລຍະປີ 2020 ເຖິງວ່າຈະມີການຕັ້ງກົດວ່າ: ຜູ້ທີ່ສາມາດສ້າງບັນຊີນໍາໃຊ້ແອັບ TikTok ໄດ້ ຈະຕ້ອງມີອາຍຸ 13 ປີຂຶ້ນໄປກໍຕາມ.
ໂຄສົກຂອງ TikTok ກ່າວວ່າ: ບໍລິສັດບໍ່ເຫັນພ້ອມຕໍ່ການຕັດສິນໃຈຂອງ ICO, ແຕ່ຍິນດີທີ່ມີການຫລຸດຄ່າປັບໄໝຈາກທີ່ມີການຄາດຄະເນໄວ້ໃນປີຜ່ານມາວ່າ: ຈະຕ້ອງຈ່າຍທັງໝົດ 27 ລ້ານປອນ. ພ້ອມຢືນຢັນວ່າ: ບໍລິສັດໄດ້ທຸ້ມເທເພື່ອສະກັດຜູ້ໃຊ້ທີ່ອາຍຸບໍ່ເຖິງ 13 ປີຈາກການເຂົ້າເຖິງແພກຟອມ ແລະ ເຮັດໃຫ້ຊຸມຊົນ TikTok ເປັນຊຸມຊົນທີ່ປອດໄພສໍາລັບຜູ້ນໍາໃຊ້.
