FA ລົງໂທດຫ້າມ ມິໂຕຣວິກ ກອງໜ້າຟູແລັມ 8 ເກມ ເຫດອາລົມຮ້ອນໃສ່ກຳມະການ

ສະມາຄົມບານເຕະອັງກິດ ຫລື (ເອຟເອ) ໄດ້ຢືນຢັນລົງໂທດຫ້າມ ອະເລັກຊານດຣາ ມິໂຕຣວິກ ກອງໜ້າຂອງ ຟູແລັມ ອາຍຸ 28 ປີ ດ້ວຍການຫ້າມ 8 ນັດ ຈາກການກະທຳພຶດຕີກຳບໍ່ເໝາະສົມຕໍ່ຜູ້ຕັດສິນ ໃນເກມທີ່ເສຍໃຫ້ ແມນເຊັສເຕີ ຢູໄນເຕັດ 1-3 ໃນການແຂ່ງຂັນບານເຕະ FA Cup ຮອບ 8 ທີມສຸດທ້າຍ ເມື່ອວັນທີ 19 ມີນາ ທີ່ຜ່ານມາ.
ເຊິ່ງໃນນາທີ 72 ຂອງເກມ, ຟູແລັມ ຕ້ອງມາເຫລືອນັກເຕະ 9 ຄົນ ເມື່ອ ວິນລ້ຽມ ຖືກໃບແດງຈາກການເອົາມືປັດລູກໝາກບານຢູ່ໃນເຂດໂທດຂອງຕົນເອງ, ກ່ອນທີ່ ມິໂຕຣວິກ ຈະມາຖືກໃບແດງອີກຄົນ. ໂທດຖານທີ່ໃຊ້ມືຕຳໃສ່ ຄຣິສ ຄາວານາກ ຜູ້ຕັດສິນຂອງເກມນີ້.
ເອຟເອ ໄດ້ລະບຸວ່າ ອະເລັກຊານດຣາ ມິໂຕຣວິກ ຈະຖືກລົງໂທດຫ້າມອັດຕະໂນມັດ 3 ນັດ ເນື່ອງຈາກໄດ້ຮັບໃບແດງ, ລົງໂທດເພີ່ມອີກ 3 ເກມສຳລັບພຶດຕິກຳຮຸນແຮງຕໍ່ຜູ້ຕັດສິນໃນສະໜາມ ແລະ 2 ເກມທີ່ໃຊ້ຄຳເວົ້າບໍ່ເໝາະສົມຫລັງຖືກໃບແດງໃນເກມນັ້ນ. ພ້ອມຖືກປັບໃໝເງິນເປັນຈຳນວນ 75.000 ປອນ.
ຄືກັນກັບການເຄື່ອນໄຫວຍຸດທະສາດຢູ່ໃນເກມ https://ice-casino.ca/, ບ່ອນທີ່ຜູ້ຫຼິ້ນຕ້ອງຊັ່ງນໍ້າໜັກຄວາມສ່ຽງ ແລະ ລາງວັນ, ການກະທໍາຂອງ Mitrovic ໄດ້ສົ່ງຜົນໃຫ້ເກີດການລົງໂທດ.

