ມາເລເຊຍກຽມຍົກເລີກໂທດປະຫານຊີວິດ ໃນ 11 ຄະດີອາຍາຮ້າຍແຮງ

ສະພາຜູ້ແທນລາສະດອນມາເລເຊຍໄດ້ອະນຸມັດຮ່າງກົດໝາຍທີ່ຈະນໍາໄປສູ່ການຍົກເລີກໂທດປະຫານຊີວິດສະຖານດຽວ (Mandatory Death Penalty) ສໍາລັບການກໍ່ອາຊະຍາກໍາຮ້າຍແຮງໃນຫລາຍປະການ ລວມທັງຍົກເລີກໂທດຕິດຄຸກຕະຫລອດຊີວິດ ເຊິ່ງເປັນສ່ວນໜຶ່ງໃນຄວາມພະຍາຍາມທີ່ຈະປະຕິຮູບປະເທດ ໂດຍການອະນຸມັດດັ່ງກ່າວຈະຊ່ວຍບັນເທົາໂທດໃຫ້ນັກໂທດທີ່ຖືກໂທດປະຫານຊີວິດຫລາຍກວ່າ 1.300 ຄົນໃນປັດຈຸບັນ.

ໂດຍປົກກະຕິແລ້ວ ຜູ້ທີ່ກໍ່ຄະດີອາຊະຍາກໍາຮ້າຍແຮງ 11 ຄະດີໃນມາເລເຊຍຈະຖືກສານສັ່ງລົງໂທດປະຫານຊີວິດດ້ວຍການແຂວນຄໍ ເຊິ່ງລວມທັງຄະດີຄາດຕະກໍາ, ການຄ້າຢາເສບຕິດ, ກໍ່ກະບົດ, ລັກພາຕົວ ແລະ ກໍ່ການຮ້າຍ, ແຕ່ສໍາລັບການປະຕິຮູບຮ່າງກົດໝາຍນີ້ ສານອາດພິຈາລະນາທາງເລືອກໃນການລົງໂທດເປັນຕິດຄຸກລະຫວ່າງ 30-40 ປີ ແລະ ຕີຜູ້ກະທໍາຄວາມຜິດແທນ.

ຮ່າງກົດໝາຍດັ່ງກ່າວຈະເຂົ້າສູ່ການລົງຄະແນນໃນວຸດທິສະພາຕໍ່ໄປ ເຊິ່ງຄາດວ່າຈະໄດ້ໄຟຂຽວເຊັ່ນກັນ ກ່ອນກະສັດມາເລເຊຍຈະລົງລາຍເຊັນເພື່ອບັງຄັບໃຊ້ເປັນກົດໝາຍ.

ຂໍ້ມູນຈາກເຄືອຂ່າຍຕ້ານໂທດປະຫານແຫ່ງອາຊີລາຍງານວ່າ: ປັດຈຸບັນມາເລເຊຍມີນັກໂທດ 1.318 ຄົນທີ່ຖືກໂທດປະຫານຊີວິດ ລວມທັງນັກໂທດ 842 ຄົນທີ່ບໍ່ສາມາດຍື່ນອຸທອນໄດ້ອີກ ໂດຍນັກໂທດສ່ວນຫລາຍເປັນຜູ້ກະທໍາຄວາມຜິດທີ່ກ່ຽວຂ້ອງກັບການຄ້າຢາເສບຕິດ, ສ່ວນຈໍານວນນັກໂທດທີ່ເປັນຊາວຕ່າງປະເທດທີ່ຖືກໂທດປະຫານຊີວິດມີຫລາຍກວ່າ 500 ຄົນ.

ອ້າງອີງ:

https://www.theguardian.com/…/malaysia-set-to-scrap…

https://www.reuters.com/…/malaysia-parliament-approves…/