ເລັສເຕີ້ ສຸດທົນສັ່ງປົດ ຣັອດເຈີ ອອກຈາກຕຳແໜ່ງຜູ້ຈັດການທີມ

ເລັສເຕີ້ ຊິຕີ້ ສະໂມສອນແຫ່ງ ພຣີເມຍລີກ ອັງກິດ ຕັດສິນໃຈປົດ ແບນແດນ ຣັອດເຈີ ອອກຈາກຕຳແໜ່ງຜູ້ຈັດການທີມແລ້ວ ຫລັງ​ຈາກ​ທີ່​ນໍາ​ພາ​ທີມເຮັດຜົນ​ງານ​ເຮັດ​ໄດ້​ຢ່າງຕົກຕ່ຳຕົກໄປຢູ່ຮອງອັນດັບສຸດທ້າຍ.

ຣັອດເຈີ ນໍາພາ ເລັສເຕີ້ ຊິຕີ້ ບຸກໄປເສຍໃຫ້ ຄຣິສຕັນ ພາເລດ 2-1 ໃນວັນເສົາທີ່ຜ່ານມາ. ເຊິ່ງ​ແມ່ນ​ການ​ເສຍ​ໄຊ​ຄັ້ງ​ທີ 5 ຈາກ 6 ນັດຫລັງສຸດ​ໃນ​ພຣີເມຍລີກ. ແລະ ມັນໄດ້ກາຍເປັນເຟືອງສຸດທ້າຍທີ່ເຮັດ ເລັສເຕີ້ ຊິຕີ້ ຕັດສິນແຍກທາງກັບ ຄູຝຶກຊາວໄອແລນໃນທີ່ສຸດ.

ພ້ອມດຽວກັນນີ້, ເລັສເຕີ້ ຍັງໄດ້ແຕ່ງຕັ້ງ ອາດາມ ແຊດເລີ ແລະ ໄມ ສະໂຕເວວ 2 ຄູຝຶກທີມຊຸດໃຫຍ່. ຍ້າຍຂຶ້ນເພື່ອຄຸມທີມຊົ່ວຄາວໄປກ່ອນ ພ້ອມກັບເລັ່ງຊອກຫາຄູຝຶກຄົນໃໝ່ມາແທນ ຣັອດເຈີ ໂດຍມີ ໂທມັສ ແຟຣັງ ຜູ້ຈັດການທີມຂອງ ເບຣນຟອດ ເປັນເຕັງໜຶ່ງທີ່ຈະມາເປັນນາຍໃຫຍ່ຄົນໃໝ່.