ລີໂອເນວ ເມສຊີ່ ຖືກແຟນບານ ເປແອສເຊ ໂຫ່ໃສ່ໃນເກມລີກເອີງ ທີ່ເປີດບ້ານເສຍລີຢົງ

ເສັ້ນທາງແຊ້ມລີກ 1 ຂອງ ປາຣີ ແຊັງ-ແຊກແມ໊ງ ເລີ່ມສັ່ນສະຄອນເມື່ອພວກເຂົາເປີດບ້ານເສຍໃຫ້ກັບ ໂອລິມປິກ ລີຢົງ 0-1 ເມື່ອຄືນທີ່ຜ່ານມາ ເຮັດໃຫ້ຊ່ອງຫວ່າງຈາກອັນດັບ 2 ແລະ 3 ຄື ເລນ ແລະ ໂອລິມປິກ ມາເຊີຍ ເຫລືອພຽງ 6 ຄະແນນເທົ່ານັ້ນ. ຂະນະທີ່ການແຂ່ງຂັນລີກມາຮອດ 9 ນັດສຸດທ້າຍ.
ບັນຫາການບາດເຈັບຂອງນັກເຕະຫລາຍຄົນອາດຈະເຂົ້າໃຈໄດ້. ແຕ່ອາລົມຂອງແຟນບານເລີ່ມແຕກແຍກ ເພາະຈາກພາບຖ່າຍວິດີໂອການປະກາດ 11 ໂຕຈິງທີ່ສະໜາມ Parc des Princes ໄດ້ສະແດງໃຫ້ເຫັນວ່າແຟນບານ ປາຣີ ສ່ວນໜຶ່ງໄດ້ໂຫ່ໃສ່ຊື່ຂອງ ລີໂອເນວ ເມສຊີ່ ຢ່າງໜັກເຖິງວ່າຈະມີອີກຫລາຍສຽງພະຍາຍາມຕອບໂຕ້ຄືນກໍ່ຕາມ.

