ຊາກ້າ-ອາເຕຕ້າ ເໝົາລາງວັນ ປະຈຳເດືອນ 3 ຂອງພຣີເມຍລີກ

ບູກາໂຢ ຊາກ້າ ແລະ ມິເກລ ອາເຕຕ້າ ຂອງ ອາເຊນອລ ໄດ້ຮັບລາງວັນນັກເຕະດີເດັ່ນ ແລະ ຄູຝຶກສອນດີເດັ່ນຂອງ ພຣີເມຍລີກ ເດືອນມີນາ 2023 ໄປຄອງ.

ປີກທີມຊາດ​ອັງ​ກິດ​ ສະແດງຜົນງານໄດ້ຢ່າງດີເລີດ, ຍິງໄດ້ສາມປະຕູ ແລະ ຈ່າຍສອງປະຕູ, ແລະ ເປັນສ່ວນສໍາຄັນທີ່ຊ່ວຍໃຫ້ປືນໃຫຍ່ຊະນະທັງຫມົດສີ່ເກມ ພຣີເມຍລີກ ໃນເດືອນນີ້. ແລະ ຍັງເປັນຄັ້ງທໍາອິດທີ່ລາວໄດ້ຮັບລາງວັນນັກເຕະດີເດັ່ນປະຈຳເດືອນຂອງພຣີເມຍລີກອີກດ້ວຍ.

ສ່ວນນາຍໃຫຍ່ຊາວສະເປນ ກໍ່ພາລູກທີມເຮັດຜົນງານໄດ້ດີ. ນໍາທີມຄວ້າໄຊຊະນະທັງໝົດ 4 ນັດໃນເດືອນນີ້ ແລະ ແນ່ນອນວ່າຄອງອັນດັບໜຶ່ງຢູ່ໃນເວລານີ້. ດ້ວຍການນຳອັນດັບສອງ ແມນເຊັສເຕີ ຊິຕີ້ 8 ຄະແນນ ແຕ່ຍັງແຂ່ງຫລາຍກວ່າ 1 ເກມ.