ເກີດເຫດໄຟໄໝ້ເຮືອບັນທຸກຜູ້ໂດຍສານ ຢູ່ປະເທດຟີລິບປິນ ເສຍຊີວິດແລ້ວ 31 ຄົນ ສູນຫາຍອີກ 7 ຄົນ

ສຳນັກຂ່າວຕ່າງປະເທດລາຍງານ: ວັນທີ 30 ມີນາ 2023 ຜ່ານມາ, ເກີດເຫດໄຟໄໝ້ເຮືອ ເຟີຣີ່ທີີ່ບັນທຸກຜູ້ໂດຍສານ ມີລູກເຮືອປະມານ 250 ຄົນ ຂະນະທີ່ເດີນທາງຂ້າມເກາະໃນປະເທດຟີລິບປິນ ເຮັດໃຫ້ຜູ້ໂດຍສານແຕກຕື່ນໂດດໜີລົງນ້ຳ, ໜ່ວຍງານຍາມຝັ່ງ, ກອງທັບເຮືອ ແລະ ເຮືອປະມົງທີ່ຢູ່ໃກ້ຄຽງ ເລັ່ງໃຫ້ການຊ່ວຍເຫລືອ, ເບື້ອງຕົ້ນມີລາຍງານຜູ້ລອດຊີວິດ 195 ຄົນ, ເສຍຊີວິດ ຢ່າງໜ້ອຍ 31 ຄົນ ,ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບອີກ 14 ຄົນ.

