ຣາຟາເອລ ນາດາວ ຫລຸດທັອບ 10 ໂລກ ເປັນຄັ້ງທຳອິດຕັ້ງແຕ່ປີ 2015 ເຫດຕ້ອງພັກຟື້ນອາການບາດເຈັບ

ຣາຟາເອລ ນາດາວ ນັກເທັນນິສຊາວສະເປນ ອາຍຸ 36 ປີ ທີ່ຊ່ວງຫລັງບໍ່ໄດ້ລົງຫລິ້ນຕັ້ງແຕ່ລາຍການ ອົດສະຕຣາລີ ໂອເພັນ ແລະ ຍັງພາດການແຂ່ງຂັນ ອິນເດຍ ເວນ ໃນອາທິດທີ່ຜ່ານມາ. ໃນຂະນະທີ່ລາວຍັງຕ້ອງພັກຟື້ນຕົວຈາກການບາດເຈັບສະໂພກ ເຊິ່ງຕອນນີ້ລາວໄດ້ຫລຸດລົງມາຢູ່ອັນດັບ 13 ຂອງໂລກແລ້ວ.
ເຈົ້າຂອງ ແກຣນສະແລັມ 22 ສະໄໝ ສາມາດຢູ່ໃນ 10 ອັນດັບທຳອິດຂອງໂລກເປັນເວລາ 912 ອາທິດ ເຊິ່ງເປັນສະຖິຕິຂອງຝ່າຍຊາຍ. ໃນນັ້ນ, ໃນປີທໍາອິດທີ່ ນາດາວ ຢູ່ໃນ 10 ອັນດັບ, ຄາຣອສ ອັລກາຣາສ, ມື 1 ຂອງໂລກໃນປະຈຸບັນ.
ຢ່າງໃດກໍຕາມ, ສື່ມວນຊົນຈໍານວນຫລາຍຄາດວ່າການຈັດອັນດັບຂອງລາວຈະຫລຸດລົງໄປບໍ່ດົນ. ເພາະຍັງເຊື່ອໃນຄວາມສາມາດຂອງນັກເທັນນິສຊັ້ນນຳຄົນນີ້ ເຊິ່ງໂຕລາວໄດ້ອັບໂຫລດຮູບ ແລະ ວິດີໂອຫລາຍໆຄັ້ງໃນສື່ສັງຄົມໃນອາທິດທີ່ຜ່ານມາ. ສະແດງໃຫ້ລາວຕັ້ງໃຈຝຶກຊ້ອມຢ່າງພາກພຽນ ເພື່ອກຽມພ້ອມສໍາລັບການແຂ່ງຂັນອີກຄັ້ງ.

